ບັນດາຜູ້ແທນ APEC ໄດ້ຕີລາຄາສູງບົດບາດຂອງປະເທດເຈົ້າພາບຫວຽດນາມ

(VOVWORLD) -  ຫົວຂໍ້ ແລະ 4 ກຳນົດທິດບຸລິມະສິດ ກໍແມ່ນບັນດາບັນຫາສະຖານະການໃນສະພາບການປະຈຸບັນ. 
  ບັນດາຜູ້ແທນ APEC ໄດ້ຕີລາຄາສູງບົດບາດຂອງປະເທດເຈົ້າພາບຫວຽດນາມ - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

     ເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ APEC 2017 ພວມດຳເນີນຢູ່ດາໜັ້ງ ດ້ວຍຫຼາຍເຫດການທີ່ສຳຄັນ. ຜູ້ແທນສ່ວນຫຼາຍລ້ວນແຕ່ຕີລາຄາສູງບົດບາດຂອງປະເທດເຈົ້າພາບຫວຽດນາມໃນການຈັດຕັ້ງສັບປະດາຂັ້ນສູງ APEC 2017 ເວົ້າສະເພາະ ແລະ ປີ APEC 2017 ເວົ້າລວມ.

     ຢູ່ນອກກອງປະຊຸມຂ່າວ, ທ່ານ Yose Rizal Damuri ປະທານສະພາຮ່ວມມືເສດຖະກິດ APEC ຂອງອິນໂດເນເຊຍ ຖືວ່າ :

     “ ຂ້າພະເຈົ້າຄິດວ່າ ຫວຽດນາມໄດ້ເຮັດສຳເລັດຢ່າງດີເດັ່ນບົດບາດຂອງຕົນ. ຫວຽດນາມໄດ້ນຳເອົາບັນດາໂຄງການດຳເນີນງານທີ່ໃໝ່ອຽມ ແລະ ປ່ຽນແປງໃໝ່ເຂົ້າໃນການປຶກສາຫາລືຄື ອະນາຄົດ APEC ພາຍຫຼັງປີ 2020. ປີ 2020 ກໍແມ່ນປີສຳເລັດເປົ້າໝາຍໂບໂກ. ເປົ້າໝາຍໂບໂກໄດ້ປະຕິບັດເປັນເວລາກ່ວາ 25 ປີທີ່ຜ່ານມາ ແລະ ພວກເຮົາຄວນມີວິໄສທັດໃໝ່ພາຍຫຼັງປີ 2020 ແລະ ວິໄສທັດໃໝ່ນີ້ຄວນໄດ້ຮັບການປຶກສາຫາລືຈາກບັນດາສະມາຊິກ APEC ແລະ ຫວຽດນາມໄດ້ປະຕິບັດສິ່ງນີ້ດີທີ່ສຸດ  ”

    ຫົວຂໍ້ ແລະ 4 ກຳນົດທິດບຸລິມະສິດ ກໍແມ່ນບັນດາບັນຫາສະຖານະການໃນສະພາບການປະຈຸບັນ. ນີ້ແມ່ນຄຳຢືນຢັນຂອງທ່ານ Valery Sorokin ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສ APEC ຂອງລັດເຊຍ. ທ່ານກ່າວວ່າ :

    “ ບັນດາບຸລິມະສິດນີ້ໄດ້ຮັບການສະໜັບສະໜູນຈາກບັນດາປະເທດເຂົ້າຮ່ວມ, ໃນນັ້ນ ມີລັດເຊຍ. ໃນບັນດາວາລະປະຊຸມ, ຜູ້ແທນບັນດາປະເທດໄດ້ເລັ່ງໃສ່ໄຈ້ແຍກ, ປຶກສາຫາບືກ່ຽວກັບສະພາບຕົວຈິງບັນດາບັນຫາດັ່ງກ່າວ, ທິດທາງ, ແງ່ຫວັງ ແລະ ບາງວິທີການແກ້ໄຂ ແນໃສ່ຍູ້ແຮງການນຮ່ວມມືລະຫວ່າງບັນດາສະມາຊິກໃນເວທີປາໄສ, ພ້ອມກັນແກ້ໄຂບັນດາບັນຫາ, ສິ່ງທ້າທາຍລວມ ”

ຕອບກັບ

ຂ່າວ/ບົດ​ອື່ນ