ບັນດານັກອຸປະຖຳສາກົນ ຕີລາຄາສູງຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

ບັນດານັກອຸປະຖຳສາກົນ ຕີລາຄາສູງຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ  - ảnh 1
(ພາບປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 16/04, ຢູ່​ຮ່າ​ໂນ້ຍ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ​ໄດ້​ສົມທົບ​ກັບ​ອົງການ​ຮ່ວມ​ມື​ສາກົນ (JICA) ຈັດ​ກອງ​ປ​ະຊຸມ​ສຳ​ມະ​ນາ​​ເພື່ອແບ່ງປັນ ​ແລະ ຮັບ​ເອົາ​ຄຳ​ເຫັນ​ກ່ຽວ​ກັບ​ການ​ຕີ​ລາຄາ​ການ​ທະ​ທົບ​ຈາກການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດທີ່​ມີ​ຕໍ່​ບັນດາ​ນະ​ໂຍບາຍ​​ແຕກ​ຕາງ​ກັນ​ຂອງ​ຫວຽດນາມ. ຜູ້ຕາງໜ້າບັນດາ​ກະຊວງ, ຂະ​ແໜງ​ການ, ອົງການ​ຈັດ​ຕັ້ງ​ສາກົນ, ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ, ບັນດາ​ນັກວິທະຍາສາດ​​ເຂົ້າຮ່ວມ​ກອງ​ປະຊຸມ. ທີ່​ກອງ​ປະຊຸມ, ບັນດາ​ນັກວິທະຍາສາດ ​ໄດ້​ສຸມ​ໃສ່​ແບ່ງປັນ ​ແລະ ​ໄຈ້​ແຍກ​ໝາກຜົນ​ການ​ຄົ້ນ​ຄວ້າ​ຕີ​ລາຄາ​ການ​ກະທົບ​ຂອງ​ໂຄງການ​ໜູນ​ຊ່ວຍ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດ​ຢູ່​ຫວຽດນາມ ສຳລັບ​ບັນດາ​ຂົງ​ເຂດ​ຄື: ປະຢັດ​ໃນການ​ນຳ​ໃຊ້​ພະລັງງານ​, ພະລັງງານ​ຜະລິດ​ຄືນ​ໃໝ່, ກະສິກຳ, ການ​ປະ​ມົງ, ຄຸ້ມ​ຄອງສິ່ງ​ເສດ​ເຫຼືອ... ການ​ນຳ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ​ໃຫ້​ຮູ້​ວ່າ, ​ແຕ່​ປີ 2009 ມາ​ຮອດ​ປະຈຸ​ບັນ, ​ໂຄງການ​ໄດ້​ໜູນ​ຊ່ວຍ​ບັນດາ​ກະຊວງ, ຂະ​ແໜງ​ການ​ກວ່າ 1 ຕື້ USD ​ເພື່ອ​ຜັນ​ຂະຫຍາຍ​ການ​ກໍ່ສ້າງ, ປັບປຸງ​ບັນດາ​ເອກະສານ​ດ້ານ​ກົດ​ໝາຍ​ຕາມ​ທິດ​ນຳ​ເຂົ້າ​ປັດ​ໃຈ​ຮັບ​ມື​ກັບ​ການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາ​ກາດ.

        ກໍ່​ທີ່​ກອງ​ປະຊຸມ, ອົງການ​ຮ່ວມ​ມື​ສາກົນຍີ່ປຸ່ນ - JICA ​ແລະ ບັນດາ​ນັກ​ອຸປະຖຳ​ສາກົນ ​ໄດ້​ຕີ​ລາຄາ​ສູງ​ບົດບາດ​ຂອງ​ຫວຽດນາມ, ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ໜູນ​ຊ່ວຍ​ທຶນ, ​ເຕັກນິກ​ເພື່ອ​ໃຫ້​ຫວຽດນາມ ຜັນ​ຂະຫຍາຍ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປ​ງຂອງ​ດິນ​ຟ້າ​ອາກາດ​ໃນ​ໄລຍະ​ຈະ​ມາ​ເຖິງ​ໃຫ້​ມີ​ປະສິດທິ​ຜົນ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ