ນາຍົກລັດຖະມົນຕີ ໂປໂລຍ ດຳລົງຕຳແໜ່ງ ເປັນປະທານສະພາເອີລົບ

ນາຍົກລັດຖະມົນຕີ ໂປໂລຍ ດຳລົງຕຳແໜ່ງ ເປັນປະທານສະພາເອີລົບ - ảnh 1
(ທ່ານ​ນາຍົກລັດຖະມົນຕີ ​ໂປ​ໂລ​ຍ Doneld Tusk)

(vovworld) – ກາ​ນນຳບັນດາ​ປະ​ເທດ​ສະມາຊິກ​ສະຫະພາບ​ເອີ​ລົບ (EU) ​ໄດ້​ເລືອກ​ເອົາ​ທ່ານ​ນາຍົກລັດຖະມົນຕີ ​ໂປ​ໂລ​ຍ Doneld Tusk, ​ເປັນ​ປະທານຄົນ​ໃໝ່ຂອງ​ສະພາ​ເອີ​ລົບ (EC)  ​ແລະ ທ່ານ​ນາງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີ​ຕາ​ລີ Dederica Mogherini, ​ເປັນ​ຜູ້ຕາງໜ້າ​ຂັ້ນ​ສູງ ຮັບຜິ​ດຊອບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ​ແລະ ຄວາມ​ໝັ້ນຄົງ​ຂອງ​ສະຫະພາບ​ນີ້. ຂໍ້​ມູນ​ຂ່າວ​ດັ່ງກ່າວ​​ໂດຍທ່ານ​ປະທານ EC Herman Van Rompuy ຖະ​ແຫຼງ​ໃນ​ເວັບ​ໄຊ​ສັງຄົມ Twitter ພາຍຫຼັງ​ກອງ​ປະຊຸມ​ສຸດ​ຍອດ​ຂອງ EC ​ທີ່​ຈັດ​ຂຶ້ນໃນ​ວັນ​ທີ 30/08 ຢູ່​ບຣຸກ​ແສນ, ປະ​ເທດ​​ແບນ​ຊິກ.

ຂ່າວ/ບົດ​ອື່ນ