ນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ຮັບປະກັນຄວາມສະຫງົບ, ປອດໄພໃນສັບປະດາຂັ້ນສູງ APEC ຢ່າງເດັດຂາດ

(VOVWORLD) - ຕອນເຊົ້າວັນທີ 24 ຕຸລາ, ຢູ່ນະຄອນ ດ່ານັ້ງ, ອະນຸກຳມະການປ້ອງກັນຄວາມສະຫງົບ ແລະ ສາທາລະນະສຸກ APEC 2017 ໄດ້ຈັດຕັ້ງພິທີເລີ່ມເຄື່ອນພົນ ແລະ ເຝຶກຊ້ອມແຜນວິທີປົກປ້ອງສັບປະດາ APEC 2017. 
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ: ຮັບປະກັນຄວາມສະຫງົບ, ປອດໄພໃນສັບປະດາຂັ້ນສູງ APEC ຢ່າງເດັດຂາດ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ະພິທີ

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ບັນດາກຳລັງມີຄວາມຮັບຮູ້ແຈ້ງກ່ວາກ່ຽວກັບຄວາມສຳຄັນຂອງເຫດການສັບປະດາຂັ້ນສູງ APEC ຢູ່ ດ່ານັ້ງ ກ່ຽວກັບວຽກງານປ້ອງກັນຄວາມສະຫງົບ, ຄວາມປອດໄພ, ຮັບປະກັນບໍ່ປະໃຫ້ເກີດຄວາມຂາດຕົກບົກຜ່ອງໃດໆກ່ຽວກັບການຂາດຄວາມປອດໄພຢ່າງເດັດຂາດ:

        “ກຳລັງຕຳຫຼວດ, ກອງທັບຜັນຂະຫຍາຍແຜນວິທີເປັນເຈົ້າການ, ເດັດດ່ຽວເພື່ອບໍ່ປະໃຫ້ອາດຊະຍາກຳມີເງື່ອນໄຂເພື່ອມ້າງທຳລາຍ. ອົງຄະນະພັກ, ອຳນາດການປົກຄອງນະຄອນ ດ່ານັ້ງ, ແຂວງ ກວາງນາມ, ເທື່ອທຽນ - ເຫ້ວ ແລະ ບັນດາທ້ອງຖິ່ນກ່ຽວຂ້ອງຂົນຂວາຍປະຊາຊົນ, ເສີມຂະຫຍາຍລະບົບການເມືອງເພື່ອປະຕິບັດຂະບວນການປ້ອງກັນຄວາມສະຫງົບຂອງປະເທດຊາດໃນປະຊາຊົນ, ແກ້ໄຂບັນດາການກະທຳມ້າງທຳລາຍຢ່າງເດັດຂາດ ແລະ ທັນການ. ອະນຸກຳມະການປ້ອງກັນຄວາມສະຫງົບ ແລະ ສາທາລະນະສຸກສົມທົບກັບກະຊວງຕຳຫຼວດ, ກະຊວງປ້ອງກັນປະເທດ, ກະຊວງການຕ່າງປະເທດ, ສົມທົບກັບນະຄອນ ດ່ານັ້ງ ແລະ ບັນດາທ້ອງຖິ່ນ ກວດກາຄືນບັນດາວິທີການ, ເພີ່ມທະວີ, ເປັນເຈົ້າພາບສົມທົບກັນເພື່ອແກ້ໄຂທຸກໆກໍລະນີ, ໃນເງື່ອນໄຂດິນຟ້າອາກາດສັບສົນອາດຈະເກີດຂຶ້ນ.”

ຕອບກັບ

ຂ່າວ/ບົດ​ອື່ນ