ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະບາງນັກລົງທຶນພາກພື້ນ ອາຊີ - ປາຊີຟິກ

(VOVWORLD) - ວັນທີ 8 ພະຈິກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີພົບພົບປະ, ເຮັດວຽກກັບກຸ່ມບັນດານັກລົງທຶນພາກພື້ນ ອາຊີ - ປາຊີຟິກ ເຊິ່ງລວມມີ: ຍີ່ປຸ່ນ, ອາເມລິກາ, ນິວຢີແລນ, ໂຮງກົງ (ປະເທດຈີນ), ສິງກະໂປ, ໄທ…
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະບາງນັກລົງທຶນພາກພື້ນ ອາຊີ - ປາຊີຟິກ - ảnh 1 ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະບາງນັກລົງທຶນພາກພື້ນ ອາຊີ - ປາຊີຟິກ

        ເມື່ອແລກປ່ຽນກ່ຽວກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ບັນດາການລົງທຶນ ຕີລາຄາສູງສະພາບການພັດທະນາເສດຖະກິດ ສັງຄົມຂອງ ຫວຽດນາມ; ພ້ອມກັນນັ້ນ ຢືນຢັນຈະສືບຕໍ່ເຂົ້າມາລົງທຶນຢູ່ ຫວຽດນາມ ພາຍໃຕ້ຫຼາຍຮູບແບບການລົງທຶນໂດຍກົງ ແລະ ລົງທຶນຊື້ຫຸ້ນ.

        ບັນດານັກລົງທຶນກໍ່ໄດ້ຍົກອອກບາງຂໍ້ສະເໜີແນະ ຕໍ່ວິວັດທະນາການພັດທະນາຂອງ ຫວຽດນາມ ຄື ພັດທະນາພະລັງງານສະອາດປະເພດຕ່າງໆ, ທ່າອ່ຽງຂອງອະນາຄົດ… ໃນສະພາບການປະຕິວັດ ອຸດສາຫະກຳ 4.0, ຫວຽດນາມ ກໍ່ຕ້ອງສຸມໃສ່ພັດທະນາເສດຖະກິດດີຈີຕອນ, ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ.

        ໂດຍຮັບຮູ້ບັນດາຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ຈະສືບຕໍ່ສ້າງລັດຖະບານສັດຊື່ບໍລິສຸດ, ສ້າງສັນ, ພັດທະນາ, ກະທຳ, ຮັບໃຊ້ປະຊາຊົນ ແລະ ວິສາຫະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ