ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຄະນະຜູ້ແທນວິສາຫະກິດຈີນ

(VOVWORLD) -ໃນຂອບເຂດກອງປະຊຸມສຸດຍອດກ່ຽວກັບທຸລະກິດ ຫວຽດນາມ (VBS), ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຄະນະຜູ້ແທນວິສາຫະກິດ ຈີນ ເຂົ້າຮ່ວມກອງປະຊຸມສຸດຍອດ ກ່ຽວກັບທຸລະກິດ ຫວຽດນາມ 2017
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຄະນະຜູ້ແທນວິສາຫະກິດຈີນ - ảnh 1ທ່ານ ເຈີ໋ນເຈົາ ແລະ ທ່ານ ຫງວຽນຊວນຟຸກ ທີ່ການຕ້ອນຮັບ 

ຕອນບ່າຍວັນທີ 7 ພະຈິກ, ຢູ່ ດ່ານັ້ງ, ໃນຂອບເຂດກອງປະຊຸມສຸດຍອດກ່ຽວກັບທຸລະກິດ ຫວຽດນາມ (VBS), ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຄະນະຜູ້ແທນວິສາຫະກິດ ຈີນ ເຂົ້າຮ່ວມກອງປະຊຸມສຸດຍອດ ກ່ຽວກັບທຸລະກິດ ຫວຽດນາມ 2017, ໂດຍທ່ານ ເຈີ໋ນເຈົາ, ຮອງປະທານຄະນະກຳມະການສົ່ງເສີມການຄ້າສາກົນ ຈີນ (CCPIT), ນຳໜ້າ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຊົມເຊີຍ ແລະ ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ຈີນ ເປີດກ້ວາງ ການຮ່ວມມື ເສດຖະກິດ - ການຄ້າ, ການລົງທຶນຕ່າງຝ່າຍຕ່າງມີຜົນປະໂຫຍດຢູ່ ຫວຽດນາມ.

        ສ່ວນທ່ານ ເຈີ໋ນເຈົາ ຢັ້ງຢືນວ່າ ຈະມານະພະຍາຍາມ ຊຸກຍູ້ການຮ່ວມມືການຄ້າ, ການລົງທຶນລະຫວ່າງວິສາຫະກິດ 2 ປະເທດໃນໄລຍະຈະມາເຖິງ. ພ້ອມທັງຊຸກຍູ້ວິສາຫະກິດ ຈີນ ນຳເຂົ້າຜະລິດຕະພັນ, ສິນຄ້າຈາກ ຫວຽດນາມ ເພື່ອດຸ່ນດຽງການຄ້າ ແລະ ຊຸກຍູ້ວິສາຫະກິດລົງທຶນເຂົ້າ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບການນຳບາງກຸ່ມບໍລິສັດສາກົນເຂົ້າຮ່ວມVBS

ຕອນບ່າຍວັນທີ 7 ພະຈິກ ຢູ່ ນະຄອນ ດາຫນັງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບການນຳບາງກຸ່ມບໍລິສັດແຖວຫນ້າຂອງໂລກ ມາເຂົ້າຮ່ວມ ກອງປະຊຸມສຸດຍອດທຸລະກິດ ຫວຽດນາມ (VBS 2017). ເມື່ອຕ້ອນຮັບທ່ານ Miles Whote ຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ Abbott, ທ່ານນາຍົກລັດຖະມົນຕີ ສະເຫນີ ກຸ່ມບໍລິສັດ Abbott ສືບຕໍ່ເພີ່ມທະວີການຮ່ວມມື, ລົງທຶນ ຕິດພັນກັບການໝູນໃຊ້, ຖ່າຍທອດເຕັກໂນໂລຊີທັນສະໄຫມໃນຂົງເຂດສາທາລະນະສຸກ, ການຢາດ້ວຍບັນດາຜະລິດຕະພັນການຢາຫລາຍປະເພດມີຄຸນນະພາບສູງ, ລາຄາຕ່ຳ. ເມື່ອຕ້ອນຮັບທ່ານ Liam Mallon ປະທານບໍລິສັດ Exxon Mobil Development, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະຫນາຢາກ ບໍລິສັດ ພ້ອມກັບບັນດາວິສາຫະກິດ ອາເມລິກາ ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການປຶກສາຫາລື ຢູ່ APEC 2017, ຊຸກຍູ້ການຮ່ວມສຳພັນດ້ານເສດຖະກິດໃນພາກພື້ນ. ທ່ານນາຍົກລັດຖະມົນຕີ ເນັ້ນຫນັກວ່າ ຫວຽດນາມຍາມໃດກໍ່ປາດຖະຫນາຢາກພັດທະນາການພົວພັນຫລາຍດ້ານກັບ ອາເມລິກາ ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ວິສາຫະກິດ ແລະ ປະຊາຊົນສອງປະເທດ. 

ຕອບກັບ

ຂ່າວ/ບົດ​ອື່ນ