ນາຍົກລັດຖະມົນຕີ ຕ້ອນຮັບຮອງປະທານ WB ພາກພື້ນ ອາຊີ - ປາຊີຟິກ ແລະ ຜູ້ອຳນວຍການບໍລິຫານ WEF

(VOVWORLD) - ທີ່ການຕ້ອນຮັບທ່ານນາງ Kwakwa, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຫວັງວ່າ ການຮ່ວມມືກັບທະນາຄານໂລກ ໃນການສ້າງລະບອບນະໂຍບາຍເພື່ອຍົກສູງປະສິດທິຜົນດຶງດູດການລົງທຶນພາກເອກະຊົນ. 
ນາຍົກລັດຖະມົນຕີ ຕ້ອນຮັບຮອງປະທານ WB ພາກພື້ນ ອາຊີ - ປາຊີຟິກ ແລະ ຜູ້ອຳນວຍການບໍລິຫານ WEF - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນການຕ້ອນຮັບທ່ານຮອງປະທານທະນາຄານໂລກ

ຕອນເຊົ້າວັນທີ 7 ພະຈິກ, ຢູ່ດ່ານັ້ງ, ຢູ່ນອກກອງປະຊຸມສຸດຍອດກ່ຽວກັບການທຸລະກິດ ຫວຽດນາມ ໃນຂອບເຂດສັບປະດາຂັ້ນສູງ APEC, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານນາງ Victoria Kwakwa, ຮອງປະທານທະນາຄານໂລກ (WB) ເຂດອາຊີຕາເວັນອອກ ແລະ ປາຊີຟິກ; ທ່ານ Philipp Rosler, ຜູ້ອຳນວນການບໍລິຫານ, ເວທີປາໄສເສດຖະກິດໂລກ (WEF).

        ທີ່ການຕ້ອນຮັບທ່ານນາງ Kwakwa, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຫວັງວ່າ ການຮ່ວມມືກັບທະນາຄານໂລກ ໃນການສ້າງລະບອບນະໂຍບາຍເພື່ອຍົກສູງປະສິດທິຜົນດຶງດູດການລົງທຶນພາກເອກະຊົນ. ທ່ານນາຍົກລັດຖະມົນຕີ ຕີລາຄາສູງ WB ໃນການສ້າງຂອບຄູ່ຮ່ວມມືແຫ່ງຊາດ ຫວຽດນາມ 2017 – 2020. ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ຫວຽດນາມ ເອົາໃຈໃສ່ເຖິງບັນຫາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພິເສດແມ່ນເຂດທົ່ງພຽງແມ່ນ້ຳຂອງ ແລະ ຫວັງວ່າ WB ໜູນຊ່ວຍ ຫວຽດນາມ ກ່ຽວກັບການເງິນ, ໃຫ້ຄຳປຶກສາບັນດານະໂຍບາຍຍຸດທະສາດເພື່ອແກ້ໄຂສະພາບການນີ້.

        ກ່າວຄຳເຫັນທີ່ການຕ້ອນຮັບ ທ່ານ Philipp Rosler, ຜູ້ອຳນວນການບໍລິຫານ,ເວທີປາໄສເສດຖະກິດໂລກ (WEF), ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ລັດຖະບານ ຫວຽດນາມ ໄດ້ອະນຸມັດຜ່ານແຜນການຮ່ວມມືລະຫວ່າງ ຫວຽດນາມ ແລະ WEF ກ່ຽວກັບ “ການພັດທະນາພື້ນຖານເສດຖະກິດ ຫວຽດນາມ ສ້າງຄວາມເຂັມແຂງດ້ວຍຕົນເອງຕໍ່ອະນາຄົດ”. ກ່ຽວກັບກອງປະຊຸມ WEF – ASEAN 2018 ຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ສະເໜີວ່າ WEF ສົມທົບກັບ ຫວຽດນາມ ເລືອກເຟັ້ນຫົວຂໍ້, ເນື້ອໃນເໝາະສົມ, ຕອບສະໜອງຄວາມເອົາໃຈໃສ່ ແລະ ຜົນປະໂຫຍດລວມຂອງປະຊາຄົມວິສາຫະກິດ ບັນດາປະເທດ ອາຊຽນ, ສະແດງບົດບາດຂອງ ຫວຽດນາມ ໃນ ອາຊຽນ ຢ່າງຈະແຈ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ