ນະຄອນຮ່າໂນ້ຍ ເພີ່ມທະວີການພົວພັນກັບນະຄອນຫຼວງບັນດາ ປະເທດເອີລົບ

ນະຄອນຮ່າໂນ້ຍ ເພີ່ມທະວີການພົວພັນກັບນະຄອນຫຼວງບັນດາ ປະເທດເອີລົບ - ảnh 1
ທ່ານ​ເລ​ຂາ​ຄະນະ​ພັກ​ແຂວງ ຟ້າ​ມກວາງ​ຫງີ້
(ພາບປະກອບ)


(vovworld) - ​ ​ວັນ​ທີ 29/11, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ນະຄອນ​ຮ່າ​ໂນ້ຍ, ​ໂດຍ​ທ່ານ​ເລ​ຂາ​ຄະນະ​ພັກ​ແຂວງ ຟ້າ​ມກວາງ​ຫງີ້ ນຳ​ໜ້າ, ​ໄດ້​ສິ້ນ​ສຸດ​ການ​ຢ້ຽມຢາມ​ເປັນ​ເວລາ 11 ວັນ, ຢູ່ 4 ປະ​ເທດ​​ເອີ​ລົບ​ຄື: ສະຫະພັນ​ລັດ​ເຊຍ, ​ໂປ​ໂລ​ຍ, ສ.​ເຊັກ, ຮຸງ​ກາຣີ.

        ທີ່​ສະຫະພັນ​ລັດ​ເຊຍ, ຄະນະ​ຜູ້​ແທນ​ໄດ້​ມີ​ການ​ພົບ​ປະກັບ​ທ່ານ​ຮອງ​ປະທານ​ຜູ້ທີ​ໜຶ່ງ ສະພາດູມາ​ແຫ່ງ​ຊາດ​ລັດ​ເຊຍ, ທັງ​ເປັນຮອງ​ປະທານ​ຜູ້​ທີ​ໜຶ່ງ​ກຳ​ມາ​ທິການ​ພັກ​ກອມ​ມູນິດ​ສະຫະພັນ​ລັດ​ເຊຍ Ivan Melnikov ​ແລະ ​​ເຈລະ​ຈາ​ກັບ​ການ​ນຳ​ນະຄອນ ມົດສກູ. 2 ຝ່າຍ​ໄດ້​ແລກປ່ຽນ​ບັນ​ດາ​ມາດ​ຕະການ​ລະອຽດ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ ​ແລະ ​ເປີດ​ກວ້າງ​ການ​ພົວພັນ​ຫຼາຍ​ດ້ານ​ລະຫວ່າງ 2 ນະຄອນຫຼວງ ​ໃນ​ຂົງ​ເຂດ​ເສດຖະກິດ​, ການ​ຄ້າ, ການ​ລົງທຶນ, ວັດທະນະທຳ... ​ເນື່ອງ​​ໃນ​​ໂອກາດ​ນີ້, ທ່ານ​ຮອງ​ເຈົ້າ​ຄອງ​ນະຄອນ​ມົດສກູ ​ແລະ ທ່ານ​ຮອງ​ປະ​ທານ​ຄະນະ​ກຳມະການ​ປະຊາຊົນ​ຮ່າ​ໂນ້ຍ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ໄມຕີ​ຈິດ​ມິດ​ຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ 2 ນະຄອນ.

        ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນນະຄອນ​ຮ່າ​ໂນ້ຍ, ການ​ນຳ​ນະຄອນ Vacsava, ປະ​ເທດ​ໂປ​ໂລ​ຍ, ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ຮ່ວມ​ມື ​ແລະ ​ແລກປ່ຽນ​ບົດຮຽນ​ກັບ​ນະຄອນ​ຮ່າ​ໂນ້ຍ ​ໃນ​ວຽກ​ງານ​ອະນຸລັກ​ຮັກສາ​ມໍລະດົກ ​ແລະ ​ພັດທະນາ​ເສດຖະກິດ​ສັງຄົມ.

        ທີ່​ບັນດາ​ການ​ເຮັດ​ວຽກ​ກັບ​ທ່ານ​ຮອງ​ປະທານ​ພັກກອມ​ມູນິດສ.​ເຊັກ ​ແລະ Moravia ພ້ອມ​ກັບ​ການ​ນຳ​ນະຄອນ Praha, 2 ຝ່າຍ​ເຫັນ​ດີ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ວຽກ​ງານ​ຄຸ້ມ​ຄອງ​​ເຂດ​ຕົວ​ເມືອງ, ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ມໍລະດົກ​ວັດທະນະທຳ, ການ​ຮ່ວມມື​ດ້ານ​ເສດຖະກິດ, ການທ່ອງ​ທ່ຽວ...

        ທີ່​ປະ​ເທດ​ຮຸງ​ກາຣີ, ທ່ານ​ເລ​ຂາ​ຄະນະ​ພັກນະຄອນ​ຮ່າ​ໂນ້ຍ ຟ້າ​ມກວາງ​ຫງີ້ ​ແລະ ​ເຈົ້າ​ຄອງ​ນະຄອນ Budapest ຢືນຢັນ ຈະ​ສືບ​ຕໍ່​ປະຕິບັດ​ບັນດາ​ເອກະສານຮ່ວມມື​ລະຫວ່າງ 2 ນະຄອນທີ່​ໄດ້​ຮັບ​ການ​ລົງ​ນາມ​ໂດຍ​ໄວ​ເປ​ັນຢ່າງ​ດີ, ພ້ອມ​ທັງ​ສົ່ງ​​ເສີມ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ພົວພັນ​ແລກ​ປ່ຽນ, ຮ່ວມມື​ລະຫວ່າງ​ບັນດາ​ເມືອງ, ອົງການ​ທີ່​ມີໜ້າ​ທີ່, ສ້າງ​ພື້ນຖານ​ໃຫ້​ແກ່​ການ​ຮ່ວມ​ມື​ອັນ​ຍາວ​ນານ​ລະຫວ່າງ 2 ນະຄອນ​ຢ່າງ​ໝັ້ນຄົງ​ເຂັ້ມ​ແຂງ.

ຂ່າວ/ບົດ​ອື່ນ