ນະຄອນ ໂຮ່ຈີມິງ: ມີປະຊາຊົນນັບໝື່ນຄົນຮັບຊົມການຍິງບັ້ງໄຟດອກຂ່ຳນັບຮັບຕ້ອນວັນທ້ອນໂຮມປະເທດຊາດເປັນເອກະພາບ

(VOVWORLD) - ນັບແຕ່ເວລາ 20 ໂມງຂອງວັນທີ 30 ເມສາ, ປະຊາຊົນໄດ້ເຕົ້າໂຮມເຂດທ່າກຳປັ່ນ ແບັກດັ່ງ ແລະ ເຂດຖະໜົນຍ່າງ ຫງວຽນເຫ້ວ ເພື່ອລໍ້ຖ້າຊົມການຍິງບັ້ງໄຟດອກ.
ນະຄອນ ໂຮ່ຈີມິງ: ມີປະຊາຊົນນັບໝື່ນຄົນຮັບຊົມການຍິງບັ້ງໄຟດອກຂ່ຳນັບຮັບຕ້ອນວັນທ້ອນໂຮມປະເທດຊາດເປັນເອກະພາບ - ảnh 1(ການຍິງບັ້ງໄຟດອກ)

        ຕອນຄ່ຳວັນທີ 30 ເມສາ, ມີປະຊາຊົນນັບໝື່ນໆຄົນໄດ້ມາເຂດໃຈກາງນະຄອນ ໂຮ່ຈີມິນ ເພື່ອລະຫຼີ້ນ ແລະ ຮັບຊົມການຍິງບັ້ງໄຟດອກຂ່ຳນັບຮັບຕ້ອນ 49 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2024).

        ນັບແຕ່ເວລາ 20 ໂມງຂອງວັນທີ 30 ເມສາ, ປະຊາຊົນໄດ້ເຕົ້າໂຮມເຂດທ່າກຳປັ່ນ ແບັກດັ່ງ ແລະ ເຂດຖະໜົນຍ່າງ ຫງວຽນເຫ້ວ ເພື່ອລໍ້ຖ້າຊົມການຍິງບັ້ງໄຟດອກ. ນອກນັ້ນ, ອຳນາດການປົກຄອງນະຄອນ ໂຮ່ຈີມິງ ຍັງຈັດການຍິງບັ້ງໄພດອກຢູ່ 4 ສະຖານທີ່ແຕກຕ່າງກັນ. ອ້າຍ ຮ່ວາງດິ່ງເກືອງ, ປະຊາຊົນເມືອງ ກໍເວີບ, ແບ່ງປັນວ່າ:

        “ພວກຂ້າພະເຈົ້າມາແຫ່ງນີ້ຍ້ອນວ່າ ຢາກແນະນຳໃຫ້ລູກຂອງຕົນຮູ້ເຖິງມູນເຊື້ອຂອງລຸ່ນປູ່ລຸ່ນພໍ່ທີ່ຍາດໄດ້ໄຊຊະນະ, ຍາດເອກະລາດມາໃຫ້ປະເທດຊາດ, ເພື່ອໃຫ້ລຸ່ນລູກ, ລຸ່ນຫຼານຄິດຮອດຊຸມວັນນີ້”.

ຕອບກັບ

ຂ່າວ/ບົດ​ອື່ນ