ທ່າອ່ຽງພັດທະນາຢ່າງຕັ້ງຫນ້າຂອງບັນດາພື້ນຖານເສດຖະກິດສະມາຊິກໃນການປະຕິບັດໂຄງການດຳເນີນງານຮ່ວມຂອງAPEC

(VOVWORLD) -ພາຍຫລັງປະຊຸມມາເປັນເວລາ 2 ວັນ, ກອງປະຊຸມສະຫລຸບ ບັນດາເຈົ້າຫນ້າທີ່ອາວຸໂສ APEC ໄດ້ອັດລົງໃນຕອນບ່າຍວັນທີ 7 ພະຈິກ ຢູ່ ນະຄອນ ດາຫນັງ.

ທີ່ການປະຊຸມຂ່າວໃນວັນດຽວກັນ, ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ, ປະທານ SOM APEC 2017 ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ ໄດ້ເຫັນດີເປັນເອກະພາບເນື້ອໃນສຸດທ້າຍເພື່ອຍື່ນສະເຫນີຕໍ່ກອງປະຊຸມລະຫລ່າງ ລັດຖະມົນຕີການຕ່າງປະເທດ  ແລະ ເສດຖະກິດ APEC ຄັ້ງທີ 29 ແລະ ກອງປະຊຸມບັນດາການນຳເສດຖະກິດ APEC ຄັ້ງທີ 25 ຈະດຳເນີນໃນສອງສາມມື້ຈະມາເຖິງ. ກອງປະຊຸມໄດ້ຮັບຮອງເອົາບົດລາຍງານສະຫລຸບ 4 ຄະນະກຳມະການ APEC ກ່ຽວກັບດ້ານການຄ້າ ການລົງທຶນ, ເສດຖະກິດ, ເຕັກນິກ ແລະ ງົບປະມານ. ບົດລາຍງານສະແດງໃຫ້ເຫັນທ່າອ່ຽງການພັດທະນາຢ່າງຕັ້ງຫນ້າຂອງບັນດາພື້ນຖານເສດຖະກິດສະມາຊິກ ໃນການປະຕິບັດໂຄງການດຳເນີນງານຮ່ວມຂອງ APEC, ພົ້ນເດັ່ນແມ່ນການພັດທະນາແຫລ່ງຊັບພະຍາກອນມະນຸດ, ຫນູນຊ່ວຍວິສາຫະກິດຂະຫນາດນ້ອຍສຸດ, ນ້ອຍ ແລະ ກາງ, ຍົກສູງກຳລັງແກ້ງແຍງ້ໃນຂົງເຂດການບໍລິການ. ກ່ຽວກັບການຄ້າເສລີ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາ ບູ່ຍແທງເຊີນ ໃຫ້ຮູ້ວ່າ:

        “ການຄ້າເສລີ ແມ່ນບັນຫາຊື່ງພວກຂ້າພະເຈົ້າຖືວ່ງແມ່ນຫລັກແຫລ່ງໃນຫລັກການຮ່ວມມື APEC. ວິວັດການຮ່ວມມືໃນ APEC ສະແດງໃຫ້ເຫັນຢ່າງງຈະແຈ້ງວ່າ: APEC ແມ່ນກົນໄກແຖວຫນ້າໃນພາກພື້ນ ຊຸກຍູ້ການຮ່ວມສຳພັນພາກພື້ນ ແລະ ຄວາມຈິງ ວິວັດການນັ້ນໄດ້ນຳມາເຊິ່ງໝາກຜົນຕັ້ງຫນ້າໃຫ້ແກ່ບັນດາພື້ນຖານເສດຖະກິດສະມາຊິກ. ຂ້າພະເຈົ້າອາດຈະຢືນຢັນວ່າ ທຸກພື້ນຖານເສດຖະກິດ ລ້ວນແຕ່ມີຄວາມປາດຖະຫນາຢາກເພີ່ມທະວີດ້ານການຄ້າ ແລະ ການລົງທຶນໃນພາກພື້ນ ແລະ ນີ້ແມ່ນກຳລັງຫນູນເພື່ອໃຫ້ບັນດາພື້ນຖານເສດຖະກິດພັດທະນາ.”

ຕອບກັບ

ຂ່າວ/ບົດ​ອື່ນ