ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມິງ ຕ້ອນຮັບ 2 ຝ່າຍຢູ່ນອກ APEC

(VOVWORLD) - ຕອນເຊົ້າວັນທີ 09 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ມີບັນດາການພົບປະ 2 ຝ່າຍ


ກັບທ່ານ Rimbink Pato ລັດຖະມົນຕີການຕ່າງປະເທດ ແລະ ການຄ້າ Papua New Guinea ແລະ ຄູ່ຕຳແໜ່ງ ນິວຊີແລນ ທ່ານ Winston Peters. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ໄດ້ຂ່ຳນັບຮັບຕ້ອນທ່ານລັດຖະມົນຕີການຕ່າງປະເທດ ແລະ ການຄ້າ Rimbink Pato ມາ ດ່າໜັງ ເຂົ້າຮ່ວມ APEC 2017.

        ແລະກໍ່ໃນຕອນເຊົ້າວັນທີ 09 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ກໍ່ໄດ້ຕ້ອນຮັບຄູ່ຕຳແໜ່ງ ນິວຊີແລນ Winston Peters. 2 ຝ່າຍພ້ອມກັນຢືນຢັນວ່າ: ການຮ່ວມມື 2 ຝ່າຍໃນຂົງເຂດການສຶກສາ, ບຳບຸງສ້າງ, ການທ່ອງທ່ຽວ ແລະ ການພົບປະແລກປ່ຽນປະຊາຊົນນັບມື້ນັບເລິກເຊິ່ງ.

        ພາຍຫລັງການພົບປະ 2 ຝ່າຍ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ 2 ປະເທດໄດ້ເຊັນໂຄງການດຳເນີນງານ ຫວຽດນາມ - ນິວຊີແລນ ໄລຍະ 2017 – 2020.


ຕອບກັບ

ຂ່າວ/ບົດ​ອື່ນ