ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ເຂົ້າຮ່ວມກອງປະຊຸມສະພາລັດຖະມົນຕີ OECD

(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ສະເໜີໃຫ້ OECD ນຳໜ້າໃນການຊຸກຍູ້ການຮ່ວມມືທົ່ວໂລກ.
ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ເຂົ້າຮ່ວມກອງປະຊຸມສະພາລັດຖະມົນຕີ OECD - ảnh 1(ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ)

        ໂດຍຕອບສະໜອງຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) Mathias Cormann, ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ເຂົ້າຮ່ວມກອງປະຊຸມສະພາລັດຖະມົນຕີ OECD (MCM) ປີ 2024 ແລະ ມີການເຄື່ອນໄຫວຈຳນວນໜຶ່ງແຕ່ວັນທີ 02 – 03 ພຶດສະພາ, ຢູ່ ປາຣີ, ປະເທດ ຝລັ່ງ.

        ກອງປະຊຸມ MCM ປີ 2024 ໂດຍ ຍີ່ປຸ່ນ ເປັນເຈົ້າພາບຈັດຂຶ້ນ, ດ້ວຍຫົວຂໍ້ “ພ້ອມກັນສ້າງສັນການປ່ຽນແປງ: ນຳໜ້າການປຶກສາຫາລືທົ່ວໂລກດ້ວຍວິທີສຳຜັດຢ່າງພາວະວິໄສ ແລະ ເປັນໜ້າໄວ້ເນື້ອເຊື່ອໃຈເພື່ອເປົ້າໝາຍການເຕີບໂຕແບບຍືນຍົງ ແລະ ກວມລວມ”. ທີ່ວາລະປະຊຸມຄົບຄະນະຂອງກອງປະຊຸມ, ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ແບ່ງປັນການກຳນົດທິດ ແລະ ຈິນຕະນາການພັດທະນາຂອງ ຫວຽດນາມ. ທ່ານໄດ້ສະເໜີໃຫ້ OECD ນຳໜ້າໃນການຊຸກຍູ້ການຮ່ວມມືທົ່ວໂລກ. ໃນນັ້ນ, ຕ້ອງສ້າງລະບົບຊີວະພາບປະດິດສ້າງທົ່ວໂລກ ໝູນໃຊ້ 2 ທ່າອ່ຽງພ້ອມກັນແມ່ນ, ການຫັນເປັນສີຂຽວ ແລະ ດີຈີຕອນ, ສຸມໃສ່ນະວັດຕະກຳ, AI ແລະ ການຫັນປ່ຽນພະລັງງານຢ່າງຍຸຕິທຳ.

        ແລະກໍ່ໃນຂອບເຂດກອງປະຊຸມ, ຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມການເຄື່ອນໄຫວສຳຄັນຈຳນວນໜຶ່ງ, ຄື: ການສົນທະນາຂັ້ນລັດຖະມົນຕີເວທີປາໄສບັນດາວິທີສຳຜັດເພື່ອຫຼຸດຜ່ອນການປ່ອຍອາຍພິດກາກບອນ (IFCMA) ແລະ ເຫດການ “ມຸ່ງໄປເຖິງການຄຸ້ມຄອງ AI ຢ່າງປອດໄພ, ຄວາມໝັ້ນຄົງ ແລະ ໄວ້ເນື້ອເຊື່ອໃຈ: ຊຸກຍູ້ການຄຸ້ມຄອງ AI ທົ່ວໂລກ ແລະ ກວມລວມ”.

ຕອບກັບ

ຂ່າວ/ບົດ​ອື່ນ