ທ່ານປະທານາທິບໍດີ ໂປໂລຍ ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຢ່າງຈົບງາມ

(VOVWORLD) - ຕອນຄ່ຳວັນທີ 30 ພະຈິກ, ທ່ານປະທານາທິບໍດີ ສາທາລະນະລັດໂປ ໂລຍ Andrej Duda ໄດ້ເດີນທາງອອກຈາກ ນະຄອນໂຮ່ຈີມິນ, ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ,

ຕາມຄຳເຊື້ອເຊີນຂອງ ທ່ານປະທານປະເທດ ຫວຽດນາມ ເຈີນດ້າຍກວ່າງ ແຕ່ວັນທີ 27-30 ພະຈິກ 2017 ຢ່າງຈົບງາມ.

ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 30 ພະຈິກ, ຢູ່ຫໍປະຊຸມເອກະພາບ, ທ່ານ ຫງວຽນແທ່ງຟອງ, ປະທານຄະນະກຳມະການປະຊາຊົນ ນະຄອນໂຮ່ຈີມິນ, ໄດ້ຕ້ອນຮັບ ທ່ານປະທານາທິບໍດີ ໂປໂລຍ Andrej Duda ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ສາທາລະນະລັດໂປໂລຍ. ນະທີ່ນີ້, ທ່ານ ຫງວຽນແທ່ງຟອງ ຖືວ່າ ການຢ້ຽມຢາມ ຂອງ ທ່ານປະທານາທິບໍດີ Andrej Duda ແມ່ນຂິດໝາຍສຳຄັນໃນການພົວພັນຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ໂປໂລຍ ເວົ້າລວມ, ລະຫວ່າງ ນະຄອນໂຮ່ຈີມິນ ແລະ ໂປໂລຍ ເວົ້າສະເພາະ.

ທ່ານປະທານາທິບໍດີ Andrej Duda ເຊື່ອໝັ້ນວ່າ ພາຍຫຼັງການຢ້ຽມຢາມຄັ້ງນີ້, ໂປໂລຍ ແລະ ຫວຽດນາມ, ໃນນັ້ນມີ ນະຄອນໂຮ່ຈີມິນ ຈະມານະພະຍາຍາມ, ຕັ້ງໜ້າເພື່ອເພີ່ມທະວີຊຸກຍູ້ການພົວພັນສອງປະເທດໃຫ້ພັດທະນາໃນຫຼາຍຂົງເຂດ ຍິ່ງກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ