ທ່ານປະທານປະເທດຈີນສີຈິ້ນຜິງ:ການພັດທະນາເສດຖະກິດ, ມີຄວາມກົມກຽວກັບຜົນປະໂຫຍດຂອງປະຊາຊົນ

(VOVWORLD) -ໃນບົດກ່າວປາໄສທີ່ກອງປະຊຸມສຸດຍອດທຸລະກິດAPEC ທີ່ນະຄອນດ່າຫນັງ, ຕອນບ່າຍວັນທີ 10 ພະຈິກ, ທ່ານເລຂາທິການໃຫຍ່ ປະທານປະເທດຈີນ ສີຈິ້ນຜິງ ໄດ້ເນັ້ນຫນັກຢ່າງແຮງເຖິງການສ້າງປະຊາຄົມດ້ວຍອະນາຄົດລວມໃຫ້ມວນມະນຸດ ແລະ ບັນລຸໄດ້ການພັດທະນາລວມ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ທ່ານປະທານປະເທດຈີນສີຈິ້ນຜິງ:ການພັດທະນາເສດຖະກິດ, ມີຄວາມກົມກຽວກັບຜົນປະໂຫຍດຂອງປະຊາຊົນ - ảnh 1 ທ່ານປະທານປະເທດຈີນ ສີຈິ້ນຜິງ

ພາບ:vietnam+

ທ່ານປະທານປະເທດຈີນ ສີຈິ້ນຜິງ ເນັ້ນຫນັກວ່າ: ໃນໄລຍະ 10 ປີຜ່ານມາ ນັບແຕ່ເມືອວິກິດການການເງິນເກີດຂຶ້ນ, ປະຊາຄົມສາກົນ ໄດ້ມີການຮ່ວມມືນຳກັນຢ່າງແຫນ້ນແຟ້ນເພື່ອນຳ   ພື້ນຖານເສດຖະກິດທົ່ວໂລກຟື້ນຕົວ. ຍ້ອນມີຄວາມມານະພະຍາຍາມຂອງບັນດາຝ່າຍ, ພື້ນຖານເສດຖະກິດທົ່ວໂລກພວມໄດ້ຮັບການປັບປຸງ, ເຖິງວ່າຍັງມີ ຄວາມສ່ຽງ ແລະ ຂໍ້ຄົງຄ້າງຈຳນວນຫນຶ່ງ. ສະນັ້ນ ບັນດາປະເທດຍັງຄົງຕ້ອງຕິດຕາມບັນດາທ່າອ່ຽງໃຫມ່ຂອງພື້ນຖານເສດຖະກິດໂລກ, ຄາດຄະເນບັນດາທ່າອ່ຽງໃຫມ່ເພື່ອກະທຳ.

        “ພວກເຮົາພວມເຫັນປະຈັກຕາບັນດາການປ່ຽນແປງຢ່າງເລິກເຊິ່ງໃນການເຕີບໂຕເສດຖະກິດທົ່ວໂລກ, ຮຽກຮ້ອງລະບົບຄຸ້ມຄອງທົ່ວໂລກຕ້ອງມີບັນດາການປ່ຽນແປງຢ່າງເໝາະສົມ. ພວກເຮົາຄວນສືບຕາມລັດທິຫລາຍຝ່າຍ, ສືບຕາມການພັດທະນາລວມຜ່ານການສ້າງບັນດາສາຍພົວພັນຄູ່ຮ່ວມມື ແລະ ສ້າງປະຊາຄົມລວມເພື່ອອະນາຄົດຂອງມວນມະນຸດ.”

ທ່ານປະທານປະເທດຈີນ ສີຈິ້ນຜິງ ສະເຫນີ ຊຸກຍູ້ພື້ນຖານເສດຖະກິດເປີດທີ່ມີປະໂຫຍດໃຫ້ແກ່ໝົດທຸກຄົນ. ກ່ຽວກັບການເປີດກວ້າງການພົວພັນຮ່ວມມືໃຫມ່ ເພື່ອມີອະນາຄົດລວມໃຫ້ມວນມະນຸດ, ທ່ານປະທານປະເທດຈີນ ຖືວ່າ: ບັນດາພື້ນຖານເສດຖະກິດສະມາຊິກ APEC ພ້ອມກັນສ້າງໂລກແຫ່ງສັນຕິພາບ, ປອດໄພ ແລະ ວັດທະນາຖາວອນລວມ.

        “ຈີນ ຍາມໃດກໍ່ຖືຄຸນຄ່າສັນຕິພາບທົ່ວໂລກເປັນສຳຄັນ. ແລະ ນີ້ແມ່ນຄຸນຄ່າສຳຄັນທີ່ສຸດ. ພວກຂ້າພະເຈົ້າມີຄຳໝັ້ນສັນຍາ ຈະສ້າງການພັດທະນາສັນຕິພາບສະຖຽນລະພາບໃນພາກພື້ນ ອາຊີ - ປາຊີຟິກ. ຈີນ ຍາມໃດກໍເຄົາລົບຫລັກການຮັບປະກັນຄວາມສະເຫມີພາບ ແລະ ສັນຕິພາບ ສ້າງຄູ່ຮ່ວມມື ເພື່ອຜົນປະໂຫຍດຂອງທຸກປະເທດ ແລະ ສ້າງຂອບເຂດການຮ່ວມມືສາກົນ ອີງໃສ່ຫລັກການສະເຫມີພາບ ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ປາດຖະຫນາຢາກສ້າງລະບົບຄຸ້ມຄອງທົ່ວໂລກ ແລະ ໂລກມີຄວາມຍຸຕິທຳ.”

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ