ທ່ານປະທານປະເທດ ຫວຽດນາມ ຕ້ອນຮັບການນຳບັນດາພື້ນຖານເສດຖະກິດສະມາຊິກ APEC

(VOVWORLD) - ທີ່ການພົບປະ, ການນຳ 2 ທ່ານໄດ້ສະແດງຄວາມເພິ່ງພໍໃຈກ່ຽວກັບການພັດທະນາຢ່າງເລິກເຊິ່ງກ້ວາງຂວາງ, ຕັ້ງໜ້າຂອງການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອົດສະຕາລີ ມຸ່ງໄປເຖິງການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ.
ທ່ານປະທານປະເທດ ຫວຽດນາມ ຕ້ອນຮັບການນຳບັນດາພື້ນຖານເສດຖະກິດສະມາຊິກ APEC - ảnh 1ທ່ານປະທານປະເທດ ເຈີ່ນດ້າຍກວາງ ມີການພົບປະ 2 ຝ່າຍກັບທ່ານນາຍົກລັດຖະມົນຕີ ອົດສະຕາລີ Malcolm Turnbull (ພາບ: TTXVN)

ຕອນເຊົ້າວັນທີ 10 ພະຈິກ, ທີ່ສູນການປົກຄອງນະຄອນ ດ່າໜັງ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ມີການພົບປະ 2 ຝ່າຍກັບທ່ານນາຍົກລັດຖະມົນຕີ ອົດສະຕາລີ Malcolm Turnbull ເນື່ອງໃນໂອກາດມາເຂົ້າຮ່ວມສັບປະດາຂັ້ນສູງ APEC 2017. ທີ່ການພົບປະ, ການນຳ 2 ທ່ານໄດ້ສະແດງຄວາມເພິ່ງພໍໃຈກ່ຽວກັບການພັດທະນາຢ່າງເລິກເຊິ່ງກ້ວາງຂວາງ, ຕັ້ງໜ້າຂອງການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອົດສະຕາລີ ມຸ່ງໄປເຖິງການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ.

ທ່ານປະທານປະເທດ ຫວຽດນາມ ຕ້ອນຮັບການນຳບັນດາພື້ນຖານເສດຖະກິດສະມາຊິກ APEC - ảnh 2ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe   (ພາບ: TTXVN)

        ແລະກໍ່ໃນຕອນເຊົ້າວັນທີ 10 ພະຈິກ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ເນື່ອງໃນໂອກາດມາເຂົ້າຮ່ວມສັບປະດາຂັ້ນສູງ APEC 2017. ທີ່ການຕ້ອນຮັບ, ການນຳ 2 ທ່ານໄດ້ສະແດງຄວາມປິຕິຊົມຊື່ນກ່ຽວກັບການພັດທະນາຢ່າງແຮງ ແລະ ຮອບດ້ານຂອງການພົວພັນຮ່ວມມື 2 ຝ່າຍໃນໄລຍະຜ່ານມາ, 2 ຝ່າຍເຫັນດີເປັນເອກະພາບ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອນຳການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ຍີ່ປຸ່ນ ພັດທະນາຢ່າງເລິກເຊິ່ງກ້ວາງຂວາງກ່ວາອີກ ໃນໄລຍະຈະມາເຖິງ.

ທ່ານປະທານປະເທດ ຫວຽດນາມ ຕ້ອນຮັບການນຳບັນດາພື້ນຖານເສດຖະກິດສະມາຊິກ APEC - ảnh 3ທ່ານປະທານປະເທດ ເຈີ່ນດ້າຍກວາງ ມີການພົບປະ 2 ຝ່າຍກັບສົມເດັດພະມະຫາກະສັດ ບຣູໄນ Sultan Hagi Hassanal Bolkiah  (ພາບ: TTXVN)

        ແລະກໍ່ໃນວັນດຽວກັນ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ມີການພົບປະ 2 ຝ່າຍກັບສົມເດັດພະມະຫາກະສັດ ບຣູໄນ Sultan Hagi Hassanal Bolkiah. ນະທີ່ນີ້, 2 ຝ່າຍເຫັນເປັນເອກະສັນຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອແນໃສ່ເພີ່ມທະວີຄວາມສາມັກຄີ ແລະ ຮັກສາບົດບາດເປັນໃຈກາງຂອງ ອາຊຽນ ໃນບັນດາບັນຫາທີ່ກ່ຽວຂ້ອງເຖິງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຂອງພາກພື້ນ ແລະ ໃນໂລກ.

ທ່ານປະທານປະເທດ ຫວຽດນາມ ຕ້ອນຮັບການນຳບັນດາພື້ນຖານເສດຖະກິດສະມາຊິກ APEC - ảnh 4ທ່ານປະທານປະເທດ ເຈີ່ນດ້າຍກວາງ ກໍ່ໄດ້ໃຫ້ການຕ້ອນຮັບທ່ານນາງ Christine Lagarde  (ພາບ: TTXVN)

        ແລະກໍ່ໃນວັນທີ 10 ພະຈິກ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ກໍ່ໄດ້ໃຫ້ການຕ້ອນຮັບທ່ານນາງ Christine Lagarde ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF).

ຕອບກັບ

ຂ່າວ/ບົດ​ອື່ນ