ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຫົວໜ້າເຂດປົກຄອງພິເສດຮົ່ງກົງ, ຈີນ

(VOVWORLD) - ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດສັບປະດາຂັ້ນສູງ APEC 2017, ວັນທີ 10 ພະຈິກ, ຢູ່ສູນກອງປະຊຸມ ດ່ານັ້ງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງ ຫຼິນເຈິງເຍວເອືອ, ຫົວໜ້າເຂດປົກຄອງພິເສດຮົ່ງກົງ, ປະເທດຈີນ ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມ ເຂົ້າຮ່ວມສັບປະດາຂັ້ນສູງ APEC.
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຫົວໜ້າເຂດປົກຄອງພິເສດຮົ່ງກົງ, ຈີນ - ảnh 1 (ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຫົວໜ້າເຂດປົກຄອງພິເສດຮົ່ງກົງ, ຈີນ)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ, ເຂດປົກຄອງພິເສດຮົ່ງກົງ, ປະເທດຈີນ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືເສດຖະກິດ - ການຄ້າ, ການລົງທຶນ, ການທ່ອງທ່ຽວສຳຄັນແຖວໜ້າຂອງຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ອຳນາດການປົກຄອງເຂດປົກຄອງພິເສດຮົ່ງກົງ, ປະເທດຈີນ ສົ່ງເສີມບັນດາວິສາຫະກິດທີ່ມີທ່າແຮງຂອງຮົ່ງກົງ, ປະເທດຈີນ ເປີດກວ້າງການລົງທຶນເຂົ້າຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດການບໍລິການຂົນສົ່ງ, ກໍ່ສ້າງພື້ນຖານໂຄງລ່າງ, ເຄື່ອງອາໄຫຼ່ເອເລັກໂຕນິກ…

        ສ່ວນທ່ານນາງ ຫຼິນເຈິງເຍວເອືອ, ຫົວໜ້າເຂດປົກຄອງພິເສດຮົ່ງກົງ, ປະເທດຈີນ ຢືນຢັນວ່າ, ອຳນາດການປົກຄອງເຂດປົກຄອງພິເສດຮົ່ງກົງ, ປະເທດຈີນ ຖືເປັນສຳຄັນການພົວພັນຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດກັບຫວຽດນາມ, ໂດຍສະເພາະແມ່ນໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ການສຶກສາ, ທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ