ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບການນຳບັນດາກຸ່ມບໍລິສັດໃຫຍ່ເຂົ້າຮ່ວມ APEC

(VOVWORLD) - ຕອນບ່າຍວັນທີ 10 ພະຈິກ, ຢູ່ດາໜັງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບການນຳບັນດາກຸ່ມບໍລິສັດໃຫຍ່ທີ່ພວມເຂົ້າຮ່ວມກອງປະຊຸມສຸດຍອດນັກທຸລະກິດ APEC.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບການນຳບັນດາກຸ່ມບໍລິສັດໃຫຍ່ເຂົ້າຮ່ວມ APEC - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບການນຳບັນດາກຸ່ມບໍລິສັດໃຫຍ່ເຂົ້າຮ່ວມ APEC

(ພາບ: TTXVN)

ທີ່ການຕ້ອນຮັບທ່ານປະທານກຸ່ມບໍລິສັດຕາຂ່າຍໄຟຟ້າທິດໃຕ້ຂອງຈີນ ລິ໋ຈິງຄວຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງຄວາມຕັດສິນໃຈຂອງກຸ່ມບໍລິສັດ ຈະນຳໜ່ວຍຈັກໄຟຟ້າເລກ 1 ຂອງໂຮງງານໄຟຟ້າໃຊ້ພະລັງຄວາມຮ້ອນ ວິ້ງເຕີນ 1, ເຊິ່ງເປັນໂຄງການທີ່ໄດ້ຮັບການລົງນາມທີ່ກອງປະຊຸມສຸດຍອດ APEC ປີ 2016 ຢູ່ຫວຽດນາມ ນຳເຂົ້າເຄື່ອນໄຫວ ໃນເດືອນ ມີຖຸນາ 2018.

        ທີ່ການຕ້ອນຮັບປະທານກຸ່ມບໍລິສັດອຸດສາຫະກຳໜັກ Mitsubishi, ທ່ານ Omiya Hideaki, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ Mitsubishi ເປີດກວ້າງການລົງທຶນບັນດາໂຄງການເຕັກໂນໂລຊີສູງຢູ່ຫວຽດນາມ ກໍຄືເປີດກວ້າງການບຳລຸງສ້າງນັກເຕັກນິກ ແລະ ວິສະວະກອນຈາກບັນດານັກສຶກສາທີ່ມີຄວາມເກັ່ງກ້າສາມາດຂອງຫວຽດນາມ.

        ແລະກໍ່ໃນວັນດຽວກັນຢູ່ດ່ານັ້ງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການພົບປະກັບບັນດາວິສາຫະກິດຢູ່ພາຍໃນ ແລະ ຕ່າງປະເທດທີ່ອຸປະຖຳໃຫ້ສັບປະດາຂັ້ນສູງ APEC.

ຕອບກັບ

ຂ່າວ/ບົດ​ອື່ນ