ທ່ານນາຍົກລັດຖະມົນຕີ ຫວຽດນາມ ຕ້ອນຮັບການນຳບັນດາພື້ນຖານເສດຖະກິດເນື່ອງໃນໂອກາດສັບປະດາຂັ້ນສູງ APEC 2017

(VOVWORLD) - ຕອນເຊົ້າວັນທີ 10 ພະຈິກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີການພົບປະ 2 ຝ່າຍກັບທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern ເນື່ອງໃນໂອກາດທ່ານນາງມາເຂົ້າຮ່ວມກອງປະຊຸມຂັ້ນສູງ APEC 2017 ຢູ່ ດ່າໜັງ. 
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຕ້ອນຮັບການນຳບັນດາພື້ນຖານເສດຖະກິດເນື່ອງໃນໂອກາດສັບປະດາຂັ້ນສູງ APEC 2017 - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີການພົບປະ 2 ຝ່າຍກັບທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern 

ນະທີ່ນີ້, 2 ຝ່າຍຕີລາຄາການພົວພັນ ຫວຽດນາມ - ນິວຊີແລນ ພວມພັດທະນາອັນດີງາມ ແລະ ນັບມື້ນັບເຂົ້າສູ່ແທດຈິງ.

        ແລະກໍ່ໃນຕອນເຊົ້າວັນທີ 10 ພະຈິກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີການ ເຈລະຈາກັບທ່ານນາຍົກລັດຖະມົນຕີ ອົດສະຕາລີ Malcom Turnbull. ທີ່ການ ເຈລະຈາ, ນາຍົກລັດຖະມົນຕີ 2 ທ່ານໄດ້ສະແດງຄວາມເພິ່ງພໍໃຈກ່ຽວກັບບັນດາບາດກ້າວພັດທະນາຢ່າງແຮງໃນການພົວພັນ ຫວຽດນາມ - ອົດສະຕາລີ ນັບແຕ່ພາຍຫລັງການລົງນາມໃນຖະແຫຼງການຮ່ວມກ່ຽວກັບຄູ່ຮ່ວມມືຮອບດ້ານເພີ່ມທະວີ 2015.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຕ້ອນຮັບການນຳບັນດາພື້ນຖານເສດຖະກິດເນື່ອງໃນໂອກາດສັບປະດາຂັ້ນສູງ APEC 2017 - ảnh 2 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ແລະ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Malcom Turnbull

        ແລະກໍ່ໃນວັນດຽວກັນ, ທີ່ການຕ້ອນຮັບບັນດາວິສາຫະກິດແຖວໜ້າຂອງ ອົດສະຕາລີ ໃນບັນດາຂົງເຂດສາທາລະນະສຸກ, ການຜະລິດ, ປະດິດສ້າງ, ຂຸດຄົ້ນແຮ່ທາດ, ນ້ຳມັນອາຍແກັສ, ການບິນ ແລະ ການປຸງແຕ່ງຜະລິດຕະພັນກະເສດຄຸນນະພາບສູງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊົມເຊີຍບັນດາວິສາຫະກິດ ອົດສະຕາລີ ມາ ຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງ CEO ໃນຂອບເຂດກອງປະຊຸມສຸດຍອດ APEC 2017; ຕີລາຄາສູງບົດບາດຂອງບັນດາວິສາຫະກິດໃນການຊຸກຍູ້ການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນລະຫວ່າງ ຫວຽດນາມ ແລະ ອົດສະຕາລີ.

ຕອບກັບ

ຂ່າວ/ບົດ​ອື່ນ