ທ່ານນາຍົກລັດຖະມົນຕີ Samdech Hun Sen ນຳໜ້າຄະນະຜູ້ແທນ ກຳປູເຈຍ ເຂົ້າຮ່ວມ APEC 2017

(VOVWORLD) - ວັນທີ 08 ພະຈິກ, ກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ ໄດ້ອອກແຈ້ງການສື່ມວນຊົນໃຫ້ຮູ້ວ່າ: 
ທ່ານນາຍົກລັດຖະມົນຕີ Samdech Hun Sen ນຳໜ້າຄະນະຜູ້ແທນ ກຳປູເຈຍ ເຂົ້າຮ່ວມ APEC 2017 - ảnh 1 ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Hun Sen (ພາບ: TTXVN)

ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Hun Sen ຈະນຳໜ້າຄະນະຜູ້ແທນຂັ້ນສູງຂອງ ກຳປູເຈຍ ເຂົ້າຮ່ວມກອງປະຊຸມຂັ້ນສູງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2017 ເຊິ່ງດຳເນີນໃນວັນທີ 10 ພະຈິກ ຢູ່ນະຄອນ ດ່າໜັງ. ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຂັ້ນສູງ APEC ຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ Hun Sen ຈະມີການພົບປະກັບທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ແລະ ເຂົ້າຮ່ວມງານລ້ຽງຮັບຮອງພ້ອມກັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ.

        ພາຍຫລັງເຂົ້າຮ່ວມກອງປະຊຸມຂັ້ນສູງ APEC 2017, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Hun Sen ຈະນຳໜ້າຄະນະຜູ້ແທນຂັ້ນສູງຂອງ ກຳປູເຈຍ ເຂົ້າຮ່ວມກອງປະຊຸມສຸດຍອດ ASEAN ດ້ວຍຫົວຂໍ້ວ່າ: “ຮ່ວມແຮງຮ່ວມໃຈປ່ຽນແປງ, ເຊື່ອມຕໍ່ທົ່ວໂລກ” ເຊິ່ງຈະດຳເນີນແຕ່ວັນທີ 12 – 14 ພະຈິກ ຢູ່ ມານີລາ ປະເທດ ຟີລິບປີນ.

ຕອບກັບ

ຂ່າວ/ບົດ​ອື່ນ