ຖະແຫຼງການຮ່ວມຂອງຝລັ່ງ,ເຢຍລະມັນແລະອັງກິດກ່ຽວກັບທະເລຕາເວັນອອກ

(VOVWORLD) -ວັນທີ 29 ສິງຫາ, ເວັບໄຊຂອງກະຊວງການຕ່າງປະເທດເຢຍລະມັນ ໄດ້ລົງແຈ້ງການກ່ຽວກັບຖະແຫຼງການຮ່ວມຂອງຝລັ່ງ, ເຢຍລະມັນ ແລະ ອັງກິດ ກ່ຽວກັບສະພາບການຢູ່ທະເລຕາເວັນອອກ.

ໂດຍແມ່ນບັນດາປະເທດສະມາຊິກຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS), ຝລັ່ງ, ເຢຍລະມັນ ແລະ ອັງກິດ ໄດ້ເນັ້ນໜັກເຖິງຄວາມສົນໃຈຂອງເຂົາເຈົ້າຕໍ່ເລື່ອງເຜີຍແຜ່ການນຳໃຊ້ສົນທິສັນຍາທີ່ວາງອອກໃນຂອບເຂດນິຕິທຳຢ່າງຮອບດ້ານ, ໃນນັ້ນທຸກໆການເຄື່ອນໄຫວຢູ່ບັນດາເຂດທະເລ ລວມທັງທະເລຕາເວັນອອກ ຕ້ອງໄດ້ປະຕິບັດ ແລະ ສິ່ງດັ່ງກ່າວໄດ້ສ້າງພື້ນຖານໃຫ້ແກ່ການຮ່ວມມືລະຫວ່າງບັນດາປະເທດ, ພາກພື້ນ ແລະ ທົ່ວໂລກໃນຂົງເຂດການເດີນທະເລ. ເຂົາເຈົ້າໄດ້ຢ້ຳຄືນຄຳຕັດສິນຂອງສານສາກົນ PCA ຍົກອອກມາຕາມ UNCLOS ເມື່ອວັນທີ 12 ກໍລະກົດ 2016.

        ກໍ່ຕາມແຈ້ງການແລ້ວ, 3 ປະເທດດັ່ງກ່າວໄດ້ຊົມເຊີຍບັນດາການເຈລະຈາທີ່ພວມດຳເນີນໄປລະຫວ່າງບັນດາປະເທດສະມາຊິກອາຊຽນ ແລະ ຈີນ ເພື່ອແນໃສ່ບັນລຸໄດ້ກົດແຫ່ງການປະພຶດໂດຍອີງໃສ່ບັນດາຫຼັກການ, ການຮ່ວມມື ແລະ ມີປະສິດທິຜົນ ເໝາະສົມກັບ UNCLOS ຢູ່ທະເລຕາເວັນອອກ; ສົ່ງເສີມເພື່ອກ້າວໄປເຖິງຂໍ້ສະຫຼຸບສຸດທ້າຍໂດຍໄວ. 3 ປະເທດດັ່ງກ່າວກໍ່ຮຽກຮ້ອງໃຫ້ທຸກໆປະເທດຢູ່ເຂດແຄມທະເລຕາເວັນອອກ ຈົ່ງປະຕິບັດບັນດາມາດຕະການ ແລະ ວິທີການແກ້ໄຂເພື່ອຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ປະກອບສ່ວນຮັກສາ, ຊຸກຍູ້ສັນຕິພາບ, ຄວາມສະຫງົບ, ຄວາມໝັ້ນຄົງ ແລະ ຄວາມປອດໄພຢູ່ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ