ດ້ຽນ​ບ​ນຽນ ໄຂ​ງານ​ວາງ​ສະ​ແດງ “ການ​ທ່ອງ​ທ່ຽວ​ຜ່ານ​ບັນ​ດາ​ເຂດ​ມໍ​ລະ​ດົກ ແລະ ທັດ​ສະ​ນີ​ຍະ​ພາບ ຫວຽດ​ນາມ”

(VOVWORLD) - ຕອນບ່າຍວັນທີ 20 ເມສາ, ຢູ່ນະຄອນ ດ້ຽນບຽນຝູ, ສູນວາງສະແດງວັດທະນະທຳສິລະປະ ຫວຽດນາມ ໄດ້ສົມທົບກັບ ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ດ້ຽນບຽນ ຈັດພິທີໄຂງານວາງສະແດງດ້ວຍຫົວຂໍ້ “ການທ່ອງທ່ຽວ ຜ່ານບັນດາເຂດມໍລະດົກ ແລະ ທັດສະນີຍະພາບ ຫວຽດນາມ”.
ດ້ຽນ​ບ​ນຽນ ໄຂ​ງານ​ວາງ​ສະ​ແດງ “ການ​ທ່ອງ​ທ່ຽວ​ຜ່ານ​ບັນ​ດາ​ເຂດ​ມໍ​ລະ​ດົກ ແລະ ທັດ​ສະ​ນີ​ຍະ​ພາບ ຫວຽດ​ນາມ” - ảnh 1ປະຊາຊົນ ດ້ຽນບຽນ ເຂົ້າຮ່ວມງານວາງສະແດງດ້ວຍຄວາມເບີກບານມ່ວນຊື່ນ (ພາບ: VOV)

ນີ້ແມ່ນໜຶ່ງໃນບັນດາກິດຈະກຳວັດທະນະທຳ, ທ່ອງທ່ຽວ ນອນໃນຂອບເຂດປີທ່ອງທ່ຽວແຫ່ງຊາດ - ດ້ຽນບຽນ ປີ 2024, ມຸ່ງໄປເຖິງການສະເຫຼີມສະຫຼອງ ໄຊຊະນະດ້ຽນບຽນຝູ ຄົບຮອບ 70 ປີ (ວັນທີ 7 ພຶດສະພາ 1954 - ວັນທີ 7 ພຶດສະພາ 2024). ງານວາງສະແດງ “ການທ່ອງທ່ຽວຜ່ານບັນດາເຂດມໍລະດົກວັດທະນະທຳ ແລະ ທັດສະນີຍະພາບ ຫວຽດນາມ” ໄດ້ວາງສະແດງພາບຖ່າຍ 300 ແຜ່ນ ທີ່ສະແດງໃຫ້ເຫັນຄຸນຄ່າອັນພົ້ນເດັ່ນຂອງບັນດາມໍລະດົກ ເຊິ່ງໄດ້ຮັບການຮັບຮອງຈາກອົງການ UNESCO, ຮ່ອງຮອຍປະຫວັດສາດ, ທັດສະນີຍະພາບທີ່ມີຊື່ສຽງ ແລະ ການດໍາເນີນຊີວິດດ້ານວັດທະນະທຳທີ່ເປັນເອກະລັກຂອງພໍ່ແມ່ປະຊາຊົນບັນດາເຜົ່າ ຫວຽດນາມ. ຢູ່ເຂດວາງສະແດງຂອງບັນດາແຂວງ, ນະຄອນ ໄດ້ສຸມໃສ່ແນະນຳບັນດາມໍລະດົກວັດທະນະທຳ, ທຳມະຊາດ, ທັດສະນີຍະພາບທີ່ພົ້ນເດັ່ນຂອງແຕ່ລະທ້ອງຖິ່ນ, ສະຖານທີ່ທີ່ແຂກທ່ອງທ່ຽວນິຍົມ; ແນະນຳຈຸດທີ່ເປັນເອກະລັກສະເພາະກ່ຽວກັບການເຄື່ອນໄຫວວົງຄະນະຍາດ; ໂຄສະນາຄວາມສາມາດບົ່ມຊ້ອນການທ່ອງທ່ຽວຊີວະພາບ, ການທ່ອງທ່ຽວແບບຍືນຍົງຢູ່ທ້ອງຖິ່ນ, ຜະລິດຕະພັນຫັດຖະກຳທີ່ເປັນມູນເຊື້ອ, ສິລະປະດ້ານອາຫານການກິນ, ຜະລິດຕະພັນອັນພົ້ນເດັ່ນຂອງທ້ອງຖິ່ນ.

ງານວາງສະແດງ “ການທ່ອງທ່ຽວຜ່ານບັນດາເຂດມໍລະດົກ ແລະ ທັດສະນີຍະພາບ ຫວຽດນາມ” ໄດ້ດຳເນີນຮອດວັນທີ 25 ເມສາ ຈຶ່ງຈະອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ