ຍົກສູງຄຸນນະພາບ ແລະປະສິດທິຜົນ ໃນການເຊື່ອມໂຍງ ເຂົ້າກັບສາກົນ

ຍົກສູງຄຸນນະພາບ ແລະປະສິດທິຜົນ ໃນການເຊື່ອມໂຍງ ເຂົ້າກັບສາກົນ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ​ດ້ວຍ​ຫົວ​ຂໍ້​ວ່າ: “ກຳ​ນົດທິດ​ຍຸດ​ທະ​ສາດ​ນະ​ໂຍບາຍ​ພົວພັນ​ພາຍ​ໃນ ​ແລະ ພົວພັນ​ຕ່າງປະ​ເທດ ຂອງ​ພັກ ​ແລະ ລັດ ​ໃນ​​ໂລກ​ຍຸກ​ປະຈຸ​ບັນ”

(vovworld) – ຕອນ​ເຊົ້າ​ວັນ​ທີ 16/4, ຢູ່ນະຄອນ ​ໂຮ່ຈີ​ມິນ, ສະພາ​ທິດ​ສະ​ດີ​ສູນ​ກາງ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ​ດ້ວຍ​ຫົວ​ຂໍ້​ວ່າ: “ກຳ​ນົດທິດ​ຍຸດ​ທະ​ສາດ​ນະ​ໂຍບາຍ​ພົວພັນ​ພາຍ​ໃນ ​ແລະ ພົວພັນ​ຕ່າງປະ​ເທດ ຂອງ​ພັກ ​ແລະ ລັດ ​ໃນ​​ໂລກ​ຍຸກ​ປະຈຸ​ບັນ”. ບົນ​ພື້ນຖານ​ຂອງ 3 ​ເນື້ອ​ໃນ​ຕົ້ນ​ຕໍ່​ນັ້ນ​ແມ່ນ: ​ສະພາບ​ການ​ໂລກ​ໃນ​ປະຈຸ​ບັນ, ບັນດາ​ບັນຫາ​ວາງ​ອອກ​ສຳລັບ ຫວຽດນາມ ​ແລະ ບັນດາ​ການ​ກຳນົດ​ທິດ​ຍຸດ​ທະ​ສາດ​ໃນ​ນະ​ໂຍບາຍ​ພົວພັນ​ພາຍ​ໃນ, ຕ່າງປະ​ເທດ​ຂອງ ຫວຽດນາມ.​.​.​ ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ເສດຖະກິດ, ທ່າ​ອ່ຽງ​ເຊື່ອມ​ໂຍງ​​ເຂົ້າ​ກັບ​ໂລກ, ການ​ພັດທະນາ​ສື່ສານ​ບໍ່​ມີ​ພົມ​ແດນ, ທີ່ພວມ​ກະທົບ​ຢ່າງ​ແຮ​ງ​ເຖິງ ຫວຽດນາມ. ນອກຈາກ​ນັ້ນ, ຫວຽດນາມ ກໍ່​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ຄື: ການ​ຖອນ​ຫຼັງ​ທາງ​ດ້ານ​ເສດຖະກິດ, ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ​ອາດ​ຈະ​ຜັນ​ແປ​ໄປ​ຢ່າງ​ສັບສົນ, ການ​ຮ່ວມ​ມື​ໃນ​ອາ​ຊຽນ ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍຢ່າງ.​ ສາດສະດາຈານ, ດຣ ຫວູວັນ​ຮ່ຽນ, ຮອງ​ປະທານ​ສະພາ​ທິດ​ສະ​ດີ​ສູນ​ກາງ, ຖື​ວ່າ:

    “ກອງ​ປະຊຸມ​ສຳ​ມະ​ນາ​ນີ້​ນອ​ນ​ໃນ​ເນື້ອ​ໃນ​ຂອງ​ຫົວ​ຂໍ້​ຄົ້ນ​ຄ້ວາ​ວິທະຍາສາດ​ລະດັບ​ຊາດ “​ໂລກ​ຍຸກ​ທັນ​ສະ​ໄໝ ​ແລະ ບັນດາ​ບັນຫາ​ທີ່​ວາງ​ອອກ​ສຳລັບ ຫວຽດນາມ”. ​ພວກ​ຂ້າພະ​ເຈົ້າ​ໄດ້​ຄົ້ນ​ຄ້ວາຫົວ​ຂໍ້ນີ້​ເປັນ​ເວລາ 2 ປີ, ຜ່ານ​ວິວັດທະນາ​ການ​ຄົ້ນ​ຄ້ວາ​ໄດ້ວາງ​ອອກ​ຫຼາຍ​ບັນຫາ​ເຊິ່ງພວກ​ເຮົາ​ຄວນສົນ​ໃຈ. ​ຫົວ​ຂໍ້​ສະຫງວນບັນດາ​ຫຼັກຖານ​ສຳຄັນ​ເພື່ອປະກອບສ່ວນ​ເຂົ້າ​ຮ່ວມ​ການ​ສະຫລຸບ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່​ຂອງ​ປະ​ເທດ​ຊາດ, ປະກອບຄຳ​ເຫັນໃນ​ແຜນ​ນະ​ໂຍບາຍ, ​ແນວທາງ​ນະ​​ໂຍບາຍ​ຂອງ​ພັກ, ລັດ” 

 


ຂ່າວ/ບົດ​ອື່ນ