​ຊາວ​ຫວຽດນາມອາ​ໄສ​ ຢູ່​ຕ່າງປະ​ເທດ ສົ່ງເມືອປະເທດ 9 ຕື້ USD ໃນປີ 2011

ຕາມ​ທະນາຄານ​ໂລກ (WB) ​ແລ້ວ, ຄາດ​ວ່າ, ​ໃນປີ 2011, ຈຳນວນ​ເງິນ​ທີ່ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດສົ່ງ​ ​ເມືອ​ປະ​ເທດ ບັນລຸ​ປະມານ 9 ຕື້​ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ​ປະມານ 1 ຕື້​ໂດ​ລາ​ສະຫະລັດ​ເມື່ອ​ທຽບ​ກັບ​ປີ 2010 ​ແລະ​​ເປັນຕົວ​ເລກ​ສະຖິຕິ​ ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ. ທ່ານ​ຈິ້ງ​ຮ່ວາຍ​ນາມ, ຮອງ​ຜູ້ອຳນວຍການ​ບໍລິສັດ​ເງິນຕາ​ຂອງ​ຊາວ​ຫວຽດນາມ​ອາ​​ໄສ​ຢູ່​ຕ່າງປະ​ເທດ ອາຊີ​ຕາ​ເວັນ​ອອກ​ໃຫ້​ຮູ້​ວ່າ: ​ໄລ່​ຮອດ​ຕອນ​ບ່າຍ​ຂອງ​ວັນ​ທີ 29/12, ຈຳນວນ​ເງິນ​ຂອງຊາວ​ຫວຽດນາມ​ອາ​ໃສ​ຢູ່​ຕ່າງປະ​ເທດຝາກ​ມາ​ບໍລິສັດ​ນີ້​ຄາດ​ວ່າ​ບັນລຸ 1,6 ຕື້​ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 300 ລ້ານ​ໂດ​ລາ​ສະຫະລັດ​ເມື່ອ​ທຽບ​​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ຢູ່ Vietinbank ​ແມ່ນ 1,3 ຕື້​ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 15%; ສ່ວນ Eximbank ​ແມ່ນ 600 ລ້ານ​ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 64% ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ 2010. ​ເຖິງ​ວ່າ ​ໃນ 2 ປີຜ່ານມາ, ສະພາບ​ເສດຖະກິດ​ທົ່ວ​ໂລກ​ໄດ້​ປະສົມ​ກັບ​ຄວາມ​ຫຍຸ້ງຍາກ​ກໍ​ຕາມ ​ແຕ່ຈຳນວນ​ເງິນ​ຂອງຊາວ​ຫວຽດນາມ​ອາ​​ໄສ​ຢູ່ບັນດາ​ປະ​ເທດ ອາ​ເມ​ລິ​ກາ, ກາ​ນາ​ດາ, ອົດ​ສະ​ຕາ​ລີ ​ແລະ​ຂອງ​ຊາວ​ຫວຽດນາມ​ເຮັດ​ວຽກ​ຢູ່​ມາ​ເລ​ເຊຍ, ​ໄຕ​ຫວັນ, ຍີ່ປຸ່ນ… ຝາກ​ເມືອ​ປະ​ເທດຍັງ​ເພີ່ມ​ຂຶ້ນ​ຢູ່.

ຂ່າວ/ບົດ​ອື່ນ