ຈີນ ຕີລາຄາສູງການຮ່ວມມືພາກພື້ນ ແລະ ການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ

(VOVWORLD) - ຈີນ ສະໜັບສະໜູນ ຫວຽດນາມ ຈັດຕັ້ງ APEC 2017 ໃຫ້ປະສົບຜົນສຳເລັດຢ່າງຈົບງາມ
ຈີນ ຕີລາຄາສູງການຮ່ວມມືພາກພື້ນ ແລະ ການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ - ảnh 1 ທ່ານປະທານປະເທດ ຈີນ ສີຈິນຜິງ (ພາບ: THX/TTXVN)

ວັນທີ 03 ພະຈິກ, ບັນດາເຈົ້າໜ້າທີ່ ຈີນ ກ່າວຄຳເຫັນໃນການປະຊຸມຂ່າວໂດຍໃຫ້ຮູ້ວ່າ: ການຢ້ຽມຢາມ ຫວຽດນາມ, ລາວ ຂອງທ່ານປະທານປະເທດ ຈີນ ສີຈິນຜິງ ແລະ ເຂົ້າຮ່ວມກອງປະຊຸມຂັ້ນສູງເວທີປາໄສເສດຖະກິດ ອາຊີ - ປາຊີຟິກ (APEC) ຢູ່ນະຄອນ ດ່າໜັງ ແຕ່ວັນທີ 10 – 14 ພະຈິກ ແມ່ນການໄປປະຕິບັດງານຢູ່ຕ່າງປະເທດທຳອິດຂອງການນຳ ຈີນ ນັບແຕ່ພາຍຫລັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 19 ຂອງພັກກອມມູນິດ ຈີນ. ຕາມທ່ານຮອງລັດຖະມົນຕີການຕ່າງປະເທດ ຈີນ ຫຼີປາວຕູງ ແລ້ວ, ຈີນ ສະໜັບສະໜູນ ຫວຽດນາມ ຈັດຕັ້ງ APEC 2017 ໃຫ້ປະສົບຜົນສຳເລັດຢ່າງຈົບງາມ. ຈີນ ໃຫ້ຄຳໝັ້ນສັນຍາວ່າ ຈະສົມທົບກັນຢ່າງແໜ້ນແຟ້ນກັບບັນດາຝ່າຍທັງໝົດ ເພື່ອແນໃສ່ຊຸກຍູ້ການພັດມະນາ ແລະ ວັດທະນາຖາວອນໃນພາກພື້ນກໍ່ຄືໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ