ຈີນ ຈະສືບຕໍ່ເພີ່ມການກະທຳທີ່ກໍ່ໃຫ້ຂາດສະຖຽນລະພາບຢູ່ທະເລຕາເວັນອອກ

(VOVWORLD) -  “ຈີນ ຈະສືບຕໍ່ເພີ່ມການກະທຳທີ່ກໍ່ໃຫ້ຂາດສະຖຽນລະພາບຢູ່ທະເລຕາເວັນອອກ” ນັ້ນແມ່ນຂໍ້ສັງເກດຂອງທ່ານນາງ Bonnie Glaser, ຫົວໜ້າໂຄງການກຳລັງແຮງ ຈີນ, ສັງກັດສູນຄົ້ນຄວ້າຍຸດທະສາດ ແລະ ສາກົນ ອາເມລິກາ (CSIS) ໄດ້ຍົກອອກມາໃນໄລຍະມໍ່ໆມານີ້ ທີ່ກອງປະຊຸມປຶກສາຫາລືທາງອອນລາຍກ່ຽວກັບຄວາມໝັ້ນຄົງຢູ່ເຂດທະເລຕາເວັນອອກ, ໂດຍສະຖານທູດ ອາເມລິກາ ປະຈຳ ຫວຽດນາມ ຈັດຕັ້ງ.
ຈີນ ຈະສືບຕໍ່ເພີ່ມການກະທຳທີ່ກໍ່ໃຫ້ຂາດສະຖຽນລະພາບຢູ່ທະເລຕາເວັນອອກ - ảnh 1 ທ່ານນາງ Bonnie Glaser, ຫົວໜ້າໂຄງການກຳລັງແຮງ ຈີນ, ສັງກັດສູນຄົ້ນຄວ້າຍຸດທະສາດ ແລະ ສາກົນ ອາເມລິກາ (CSIS)

        ຕໍ່ໜ້າບັນດາການກະທຳເກາະຜິດຂອງ ຈີນ ຢູ່ທະເລຕາເວັນອອກ, ທ່ານນາງນັກຊ່ຽວຊານ Bonnie Glaser ຖືວ່າ: ອາເມລິກາ ຈະມີການໂຕ້ຕອບທີ່ເໝາະສົມ, ລວມມີບັນດາມາດຕະການພຽງລຳພັງຝ່າຍດຽວ ແລະ ຫລາຍຝ່າຍ. ທ່ານນາງ Bonnie Glaser ກ່າວວ່າ:

        “ບັນດາການກະທຳຂອງ ອາເມລິກາ ໄດ້ສະແດງໃຫ້ເຫັນວ່າ ອາເມລິກາ ຢາກຢັ້ງຢືນວ່າ ປະເທດນີ້ມີຄວາມເອົາໃຈໃສ່ທີ່ສຸດເຖິງການແກ້ໄຂບັນດາການຂັດແຍ້ງກັນ ໂດຍຜ່ານບັນດາມາດຕະການສັນຕິພາບ ຫາກບໍ່ແມ່ນຜ່ານການກະທຳແບບບັງຄັບ, ນາບຂູ່ ກໍ່ຄືເປັນການສົ່ງສັນຍານໃຫ້ ຈີນ ວ່າ ຈີນ ບໍ່ຄວນສືບຕໍ່ມີການກະທຳຄ້າຍຄືກັນອີກ.

        ພ້ອມກັນນັ້ນ, ຕາມນັກຊ່ຽວຊານ ອາເມລິກາ ແລ້ວ, ຈີນ ເຄີຍຕັ້ງໃຈອະທິບາຍບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກ ຕາມທິດມີຜົນປະໂຫຍດໃຫ້ແກ່ຕົນເອງ ຜ່ານບັນດາເງື່ອນໄຂໂດຍ ຈີນ ໄດ້ຈັດວາງໄວ້.

ຕອບກັບ

ຂ່າວ/ບົດ​ອື່ນ