ງານວາງສະແດງຮູບພາບ “ປະເທດຊາດ, ຊາວອາຊຽນ“

(VOVWORLD) - ງານວາງສະແດງຮູບພາບ “ປະເທດຊາດ, ຊາວອາຊຽນ“ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສະມາຄົມ ປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ - ອາຊຽນ (1967-2017)

ຈະໄຂຂຶ້ນໃນວັນທີ 5/8 ຢູ່ສະໜາມອະນຸສາວະລີ ຫຼີທ໋າຍໂຕ, ເມືອງ ຮ່ວານກ໋ຽມ, ຮ່າໂນ້ຍ. ງານວາງສະແດງໂດຍກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວຈັດຕັ້ງ ເພື່ອແນໃສ່ເພີ່ມຄວາມເຂົ້າໃຈ, ຄວາມສະໜິດຕິດພັນລະຫວ່າງປະເທດຕ່າງໆນຳກັນ, ປະກອບສ່ວນກໍ່ສ້າງປະຊາຄົມອາຊຽນສາມັກຄີ, ຂະຫຍັນຂັນເຄື່ອນ, ພັດທະນາ, ເປັນພາກພື້ນສັນຕິພາບ, ວັດທະນາຖາວອນ. ງານວາງສະແດງແນະນຳຮູບພາບ 230 ແຜ່ນຂອງບັນດານັກຖ່າຍຮູບທີ່ມາຈາກ 10 ປະເທດອາຊຽນ. ຄະນະຈັດຕັ້ງຈະມອບຂັນທອງທີ່ມີຊື່ວ່າ “ຮູບພາບອາຊຽນ - 2017“ ໃຫ້ຮູບພາບດີເດັ່ນ 10 ແຜ່ນຂອງນັກຖ່າຍຮູບ 10 ຄົນ ທີ່ຕາງໜ້າໃຫ້ 10 ປະເທດອາຊຽນ. ໃນນັ້ນ ຫວຽດນາມ ມີຮູບພາບ “ຮ່ອມພູບັກເຊີນ“ ຂອງນັກຖ່າຍຮູບ ຫວູກິມທວາ.

ຕອບກັບ

ຂ່າວ/ບົດ​ອື່ນ