ງານວາງສະແດງ“ຫວຽດນາມ-ຄູ່ຮ່ວມມືດຳເນີນທຸລະກິດທີ່ມີຄວາມໄວ້ເນື້ອເຊື່ອໃຈແລະເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ”

(VOVWORLD) -ທີ່ສູນກອງປະຊຸມ Ariayana ນະຄອນ ດາຫນັງ ພວມດຳເນີນງານວາງສະແດງ “ຫວຽດນາມ - ຄູ່ຮ່ວມມືດຳເນີນທຸລະກິດທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ເຕັມໄປດ້ວຍຄວາມສາມາດບົ່ມຊອ້ນ”. 

ນີ້ແມ່ນການເຄື່ອນໄຫວຖືກຈັດຂຶ້ນຢູ່ນອກກອງປະຊຸມສຸດຍອດວິສາຫະກິດ ເວທີປາໄສການຮ່ວມມືເສດຖະກິດ ອາຊີ ປາຊີຟີກ ປີ 2017 (APEC CEO Summit 2017) ແລະ ກອງປະຊຸມສຸດຍອດທຸລະກິດ ຫວຽດນາມ (Vietnam Business Summit ).

 ງານວາງສະແດງລວມມີ ຮ້ານວາງສະແດງ 80 ຮ້ານ ຂອງ 63 ແຂວງ, ນະຄອນ ຂອງຫວຽດນາມ ເພື່ອແນໃສ່ແນະນຳບັນດາຜົນງານທາງດ້ານເສດຖະກິດຂອງຫວຽດນາມ ພ້ອມທັງປະກອບສ່ວນສົ່ງເສີມການທ່ອງທ່ຽວ, ຮຽກຮ້ອງການລົງທຶນໂຄສະນາບັນດາຜະລິດຕະພັນເຄື່ອງໝາຍການຄ້າຫວຽດນາມ ເຖິງ ວິສາຫະກິດ ແລະ ຜູ້ແທນມາຈາກ 21 ພື້ນຖານເສດຖະກິດສະມາຊິກ APEC.


ຕອບກັບ

ຂ່າວ/ບົດ​ອື່ນ