ງານພົບປະທີ່ເປັນມູນເຊື້ອຂອງຄະນະຕິດຕໍ່ພົວພັນຊາວຫວຽດນາມ ອາໄສຢູ່ໄທ - ລາວ ປີ 2013

ງານພົບປະທີ່ເປັນມູນເຊື້ອຂອງຄະນະຕິດຕໍ່ພົວພັນຊາວຫວຽດນາມ ອາໄສຢູ່ໄທ - ລາວ ປີ 2013 - ảnh 1
(ພາບປະກອບ)
(vovworld) -    ມີ​ຊາວ​ຫວຽດນາມ 140 ຄົນ ທີ່​ມາ​ຈາກ​ຄະນະ​ຕິດ​ຕໍ່​ພົວພັນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ໄທ - ລາວ ​ແຂວງ ດົ່ງ​ນາຍ, ນະຄອນ ​ໂຮ່ຈິ​ມິ​ມ ​ແລະ ​ແຂວງ ບ່າ​ເຣີຍ - ວູ້ງ​ເຕົ່າ ​ໄດ້​ເຂົ້າ​ຮ່ວມ​ງານ​ພົບ​ປະ​ທີ່​ເປັນ​ມູນ​ເຊື້ອ​ໃນ​ປີ 2013, ​ເຊິ່ງຈັດ​ຂຶ້ນ​ໃນ​ວັນ​ທີ 02/03 ຢູ່​ແຂວງ ບ່າ​ເຣີຍ - ວູ້ງ​ເຕົ່າ. ນີ້​ແມ່ນ​​ໂອກາດ​ເພື່ອ​ໃຫ້​ບັນດາ​ຊາວ​ຫວຽດນາມ ​ອາ​ໄສ​ຢູ່​ຕ່າງປະ​ເທດ ມີ​ເງື່ອນ​ໄຂ​ພົບ​ປະ​ແລກປ່ຽນ ກໍ​ຄື​ຕິດ​ພັນ​ກັບ​ບ້ານ​ເກີດ​ເມືອງ​ນອນ​ກວ່າ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ ​ເລ​ແທງ​ຢຸງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ບ່າ​ເຣີຍ - ວູ້ງ​ເຕົ່າ ​ໄດ້ຕີ​ລາຄາ​ສູງ​ການ​ປະ​ກອບ​ສ່ວນ​ຂອງ​ປະຊາຊົນ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນ​ໄລຍະ​ຜ່ານ​ມາ ​ແລະ ຢືນຢັນ​ວ່າ ພັກ, ລັດ ຫວຽດນາມ ​ເວົ້າ​ລວມ, ​ແຂວງ ບ່າ​ເຣີຍ - ວູ້ງ​ເຕົ່າ ​ເວົ້າ​ສະ​ເພາະ, ຍາມ​​ໃດ​ກໍ​​ເອົາ​ໃຈ​ໃສ່​​ເຖິງ​ປະຊາຊົນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ​ໄດ້​ມີບັນດາ​​ແຜນນະ​ໂຍບາຍ,  ນະ​ໂຍບາຍ​ຢ່າງ​ລະອຽດ, ແນ​ໃສ່ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ. ພິ​ເສດ​, ຍາມ​ໃດແຂວງ ບ່າ​ເຣີຍ - ວູ້ງ​ເຕົ່າ ກໍ​ຕັ້ງໜ້າ ​ແລະ ມີ​ໄຫວ​ພິບ​ໃນ​ການ​ແກ້​ໄຂ​ລະບຽບ​ການ​ເຂົ້າ​ອອກເມືອງ, ​ເພື່ອ​ໃຫ້ການ​ໄປມາສະດວກ​ກວ່າ, ປະກາດ​ໃຊ້​ນະ​ໂຍບາຍ​ໃຫ້​ບຸລິມະສິດ​ແກ່​​ການ​ລົງທຶນ​ໃຫ້​ພໍ່​ແມ່​ປະຊາຊົນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ກັບ​ເມື່ອລົງທຶນ​ຢູ່​ແຂວງ ບ່າ​ເຣີຍ - ວູ້ງ​ເຕົ່າ.
ຂ່າວ/ບົດ​ອື່ນ