ຄ້າຍພັກແລ້ງ ຫວຽດນາມ 2023: ເຊື່ອມຕໍ່ຊາວໜຸ່ມ ຫວຽດນາມ ອາໄສຢູ່ຕ່າງປະເທດ ກັບກົກເຄົ້າເຫງົ້າກໍ, ວັດທະນະທຳ ຫວຽດນາມ

(VOVWORLD) - ພາຍຫຼັງເຄື່ອນໄຫວມາເປັນເວລາ 16 ວັນ, ດ້ວຍການເຄື່ອນໄຫວຟົດຟື້ນຫຼາຍຢ່າງເຊິ່ງດຳເນີນໄປຢູ່ 10/63 ແຂວງ, ນະຄອນຂອງ ຫວຽດນາມ
ຄ້າຍພັກແລ້ງ ຫວຽດນາມ 2023: ເຊື່ອມຕໍ່ຊາວໜຸ່ມ ຫວຽດນາມ ອາໄສຢູ່ຕ່າງປະເທດ ກັບກົກເຄົ້າເຫງົ້າກໍ, ວັດທະນະທຳ ຫວຽດນາມ - ảnh 1(ພິທີປິດຄ້າຍພັກແລ້ງ ຫວຽດນາມ 2023)

ຕອນຄ່ຳວັນທີ 01 ສິງຫາ, ພິທີປິດຄ້າຍພັກແລ້ງ ຫວຽດນາມ 2023 ທີ່ສະຫງວນໃຫ້ຊາວໜຸ່ມ, ນັກສຶກສາຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ຈັດຂຶ້ນຢູ່ນະຄອນ ດ່ານັ້ງ.

        ດ້ວຍຫົວຂໍ້ “ໄວໜຸ່ມ ຫວຽດນາມ ຮ່ວມເດີນທາງມຸ່ງໄປສູ່ອະນາຄົດ”, ຄ້າຍພັກແລ້ງ ຫວຽດນາມ 2023 ໄດ້ສ້າງກາລະໂອກາດໃຫ້ຊາວໜຸ່ມ ຫວຽດນາມ ອາໄສຢູ່ຕາປະເທດ 120 ຄົນ, ທີ່ມາຈາກ 26 ປະເທດ ແລະ ເຂດແຄ້ວນໃນໂລກ, ກັບເມືອບ້ານເກີດເມືອງນອນ ພົບປະ, ແລກປ່ຽນບົດຮຽນໃນການຮ່ຳຮຽນ; ພ້ອມກັນຊອກຮູ້ປະເທດຊາດ - ມະນຸດ - ວັດທະນະທຳ - ປະຫວັດສາດ ຫວຽດນາມ. ພິເສດ, ໃນຄ້າຍພັກແລ້ງນີ້, ບັນດາເພື່ອນໜຸ່ມໄດ້ຂົນຂວາຍແຜ່ບໍລິຈາກເງິນເກືອບ 200 ລ້ານດົ່ງ ເພືື່ອມອບຂອງຂວັນຕອບບຸນແທນຄຸນບັນດາແມ່ ຫວຽດນາມ ວິລະຊົນ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ; ສະໜັບສະໜູນເດັກພິການ, ເດັກກຳພ້າ, ນັກຮຽນທຸກຍາກຜ່ານຜ່າຄວາມຫຍຸ້ງຍາກ.

ຄ້າຍພັກແລ້ງ ຫວຽດນາມ 2023: ເຊື່ອມຕໍ່ຊາວໜຸ່ມ ຫວຽດນາມ ອາໄສຢູ່ຕ່າງປະເທດ ກັບກົກເຄົ້າເຫງົ້າກໍ, ວັດທະນະທຳ ຫວຽດນາມ - ảnh 2(ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ເລທິທູຮັ່ງ ກ່າວຄຳເຫັນທີ່ພິທີປິດ)

        ທີ່ພິທີປິດ, ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ຫວຽນນາມ ເລທິທູຮັ່ງ ຕີລາຄາສູງຈິດໃຈຕັ້ງໜ້າ, ເປັນເຈົ້າການຂອງບັນດາຊາວໜຸ່ມ ຫວຽດນາມ ອາໄສຢູ່ຕ່າງປະເທດໃນບັນດາການເຄື່ອນໄຫວຂອງຄ້າຍພັກແລ້ງ ຫວຽດນາມ 2023:

        “ພວກນ້ອງໄດ້ສະແດງໃຫ້້ເຫັນຫົວຄິດປະດິດຄິດສ້າງ, ຕັ້ງໜ້າແຂ່ງຂັນສະແດງຄວາມເກັ່ງກ້າສາມາດໃນບັນດາການເຄື່ອນໄຫວພົວພັນແລກປ່ຽນກັບຊາວໜຸ່ມ, ນັກສຶກສາທ້ອງຖິ່ນ. ພວກເພື່ອນໄດ້ຕັ້ງໜ້າຝຶກຝົນຫຼໍ່ຫຼອມທາງດ້ານພາສາ ຫວຽດ, ຍົກສູງຄວາມຮູ້ດ້ານສີສັນວັດທະນະທຳ, ມູນເຊື້ອ ແລະ ປະຫວັດສາດຂອງຊາດ ຫວຽດນາມ”.

ຕອບກັບ

ຂ່າວ/ບົດ​ອື່ນ