ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນໃສ່ໂຄງການສ້າງກົດໝາຍ,ລັດຖະບັນຍັດປີ2015

(vovworld) - ຕອນ​ເຊົ້າ​ວັນ​ທີ 23/4, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ ອວງຈູ​ລື​ວ, ຮອງ​ປະທານ​ສະພາ​ແຫ່​ງຊາດ ຫວຽດນາມ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ການ​ຄາດ​ຄະ​ເນ​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນຍັດ​ປີ 2015, ປັບປຸງ​ໂຄງການ​ສ້າງ​ກົດໝາຍ,​ ລັດຖະບັນຍັດ​ຊຸດ​ທີ 13 ​ແລະ ປີ 2014 ຂອງ​ສະພາ​ແຫ່ງ​ຊາດ. ທີ່​ວາລະ​ປະ​ຊຸມ, ຄຳ​ເຫັນ​ສ່ວນ​ຫລາຍ​ຖື​ວ່າ ຄວນ​ຍົກ​ສູງ​ຄຸນ​ນະພາ​ບການ​ສ້າງ​ບັນດາ​ຮ່າງ​ກົດໝາຍ​ໃຫ້​ສອດຄ່ອງ​ກັບ​ລັດຖະທຳ​ມະນູນ ກ່ອນ​ທີ່​ຍື່ນ​ສະ​ເຫ​ນີຕໍ່​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ແລະ ​ເພື່ອ​ໃຫ້ສະພາ​ແຫ່ງ​ຊາດພິຈາລະນາ ​ແລະ ຮັບຮອງ​ເອົາ. ຕາມ​ຫນັງ​ສື​ສະ​ເຫ​ນີຂອງ​ລັດຖະບານ​ແລ້ວ, ​ເພື່ອ​ປະຕິບັດ​ລັດຖະທຳ​ມະນູນສະບັບ​ປັບປຸງ, ຄວນ​ບຸລິມະສິດ​ເພີ່ມ​ເຕີມ​ໃສ່​ໂຄງການ​ສ້າ​ງກົດໝາຍ​ປີ 2014 ບັນດາ​ຮ່າງ​ກົດໝາຍ​ກ່ຽວ​ກັບ​ການຈັດ​ຕັ້ງ​ກົງຈັກ, ສິດ​ອຳນາດ​ຂອງ​ບັນດາ​ອົງການ​ລັດ​ທີ່​​ກ່ຽວ​ຂ້ອງ. ຕໍ່​ຈາກ​ນັ້ນ ປີ 2015 ຈະ​ສຸມ​ໃສ່​ສ້າງ​ບັນດາ​ຮ່າງ​ກົດໝາຍ, ລັດຖະບັນຍັດ ​ເພື່ອ​ຫັນ​ບັນດາ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ​ເປັນ​ລະອຽດ. ຕາມ​ນັ້ນ​ແລ້ວ​, ການ​ປະກອບ​ຄຳ​ເຫັນ​ສ້າງ​ກົດໝາຍ ​ໃນ​ບັນດາ​ວາລະ​ປະຊຸມ, ກອງ​ປະຊຸມ​ຂອງ​ສະພາ​ແຫ່ງ​ຊາດ ຄວນ​ສຸມ​ໃສ່​ບັນດາ​ຂໍ້​, ມາດຕາ ທີ່​ຍັງ​ມີ​ຄຳ​ເຫັນ​ແຕກ​ຕ່າງ​ກັນ.

 

ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນໃສ່ໂຄງການສ້າງກົດໝາຍ,ລັດຖະບັນຍັດປີ2015 - ảnh 1
ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນໃສ່ໂຄງການສ້າງກົດໝາຍ
ລັດຖະບັນຍັດປີ2015
photo:internet

    ຕອນບ່າຍຂອງວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ​ໄດ້​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ມະຕິ​ກ່ຽວ​ກັບ​ເລື່ອງ​ບັນດາ​ອົງການ​ຂອງ ສະພາແຫ່ງຊາດ, ບັນດາ​ພະ​ແນ​ກຂອງ​ຄະນະ​ປະຈຳສະພາແຫ່ງຊາດ, ຄະນະ ສ.ສ.ຊ, ສ.ສ.ຊ, ສະພາ​ປະຊາຊົນ, ສະມາຊິກ ສະພາ​ປະຊາຊົນຂັ້ນ​ຕ່າງໆ ຕ້ອນຮັບ​ປະຊາຊົນ, ຮັບ ​ແລະ ຄົ້ນ​ຄ້ວາກ່ຽວ​ກັບ​ໃບ​ຄຳ​ຮ້ອງ, ​ໃບ​ຮ້ອງທຸກ, ກ່າວ​ຟ້ອງ, ສອ່ງ​ແສງ ​ແລະ ຕິດຕາມ​ກວດກາ​ການ​ແກ້​ໄຂການ​ຮ້ອງທຸກ, ກ່າວ​ຟ້ອງ. ຮ່າງ​ມະຕິລວມມີ 24 ມາດຕາ, ​ໃນ​ນັ້ນ​ສຸມ​ໃສ່​ປັບປຸງ​ເພີ່ມ​ເຕີມ​ບັນດາ​ຂໍ້​ມາດຕາ ​ແນ​ໃສ່​ຍົກ​ສູງ​ວຽກ​ງານ​ຕ້ອນຮັບ​ປະຊາຊົນ, ກໍ​ຄືການຮັບ ​ແລະ ຄົ້ນ​ຄ້ວາກ່ຽວ​ກັບ​ໃບ​ຄຳ​ຮ້ອງ, ​ໃບ​ຮ້ອງທຸກ, ກ່າວ​ຟ້ອງ, ສອ່ງ​ແສງ ​ແລະ ຕິດຕາມ​ກວດກາ​ການ​ແກ້​ໄຂການ​ຮ້ອງທຸກ, ກ່າວ​ຟ້ອງຂອງ ສະພາ​​ແຫ່ງ​ຊາດ, ບັນດາ​ພະ​ແນ​ກຂອງ​ຄະນະ​ປະຈຳສະພາແຫ່ງຊາດ, ຄະນະ ສ.ສ.ຊ, ສ.ສ.ຊ, ສະພາ​ປະຊາຊົນ, ສະມາຊິກ ສະພາ​ປະຊາຊົນຂັ້ນ​ຕ່າງໆ.
  ​ແລະ ກໍ​ໃນ​ວາລະ​ປະຊຸມ​ດັ່ງກ່າວ, ຄະນະ​ປະຈຳສະພາແຫ່ງຊາດຍັງໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ການ​ປັບປຸງ​ເພີ່ມ​ເຕີມມະຕິ​ເລກທີ 35 ຂອງສະພາແຫ່ງຊາດກ່ຽວ​ກັບ​ເລື່ອງ​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ທີ່​ມີ​ຕໍ່​ບັນ​ດາ​ຜູ້ດຳລົງ​ຕຳ​ແໜ່​ງ​ໂດຍ ສະພາແຫ່ງຊາດ ,ສະພາ​ປະຊາຊົນ​ເລືອກ​ຕັ້ງ ຫຼື​ໃຫ້​ສັດຕະຍາບັນ. 

 

 

ຂ່າວ/ບົດ​ອື່ນ