ຂີດ​ໝາຍ​ຂອງ​ຫວຽດ​ນາມ​ໃນ​ປີ​ປະ​ທານ ອາ​ຊຽນ

(VOVWORLD) -ບົດຂຽນໄດ້ຍົກໃຫ້ເຫັນຢ່າງຈະແຈ້ງກ່ຽວກັບການປະກອບສ່ວນຂອງ ຫວຽດນາມຕໍ່ອາຊຽນ ໃນປີ 2020 ໃນຂົງເຂດ, ຈາກການເດີນເຮືອ, ຄວາມໝັ້ນຄົງແບບເກົ່າຕະຫຼອດຮອດເສດຖະກິດ, ການຄ້າ, ບັນດາແຜນການຟື້ນຟູ ແລະ ຊຸກຍູ້ການປ່ຽນແປງໃໝ່ໃນໂລກ ໄລຍະຫຼັງໂລກລະບາດໂຄວິດ - 19. 
ຂີດ​ໝາຍ​ຂອງ​ຫວຽດ​ນາມ​ໃນ​ປີ​ປະ​ທານ ອາ​ຊຽນ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ປະທານອາຊຽນ 2020 ໄດ້ເປັນສັກຂີພະຍານໃຫ້ແກ່ພິທີລົງນາມສັນຍາ ຄູ່ຮ່ວມມືເສດຖະກິດຮອບດ້ານ ພາກພື້ນ RCEP (ພາບ: TTXVN)

ເຊັບໄຊ asialink ຫາກໍ່ລົງບົດຂຽນຂອງທ່ານປ.ອ ເລທູເຮື່ອງ, ນັກໄຈ້ແຍກຂັ້ນສູງໃນລາຍການປ້ອງກັນປະເທດ ແລະ ຍຸດທະສາດຂອງ ສະຖາບັນນະໂຍບາຍຍຸດທະສາດ ອົດສະຕາລີ (ASPI), ເຊິ່ງທ່ານໄດ້ຢັ້ງຢືນວ່າ ປະຊາຄົມອາຊຽນ ໄດ້ຜ່ານຜ່າໜຶ່ງປີ ທີ່ມີການເຄື່ອນໄຫວຢ່າງມີປະສິດທິຜົນ ແລະ ສາມາດຮັກສາຄວາມຜູກພັນໃນພາກພື້ນ, ໂດຍບໍ່ຫົວຊາຕໍ່ການແກ້ງແຍ້ງຍຸດທະສາດ ທີ່ນັບມື້ນັບເພີ່ມຂຶ້ນຢູ່ມະຫາສະມຸດອິນເດຍ - ປາຊີຟິກ ແລະ ບັນດາວິກິດການເສດຖະກິດກໍ່ຄືສາທາລະນະສຸກທີ່ບໍ່ເຄີຍມີມາກ່ອນ.

ບົດຂຽນໄດ້ຍົກໃຫ້ເຫັນຢ່າງຈະແຈ້ງກ່ຽວກັບການປະກອບສ່ວນຂອງ ຫວຽດນາມຕໍ່ອາຊຽນ ໃນປີ 2020 ໃນຂົງເຂດ, ຈາກການເດີນເຮືອ, ຄວາມໝັ້ນຄົງແບບເກົ່າຕະຫຼອດຮອດເສດຖະກິດ, ການຄ້າ, ບັນດາແຜນການຟື້ນຟູ ແລະ ຊຸກຍູ້ການປ່ຽນແປງໃໝ່ໃນໂລກ ໄລຍະຫຼັງໂລກລະບາດໂຄວິດ - 19. ບໍ່ພຽງແຕ່ເທົ່ານັ້ນ, ຫວຽດນາມ ໄດ້ມານະພະຍາຍາມເຊື່ອມຕໍ່ ອາຊຽນຜ່ານບັນດາຂໍ້ລິເລີ່ມເປັນໝູ່ຄະນະກ່ຽວກັບວິວັດການຟື້ນຟູໄລຍະຫລັງໂລກລະບາດໂຄວິດ - 19, ເໝາະສົມກັບຫົວຂໍ້ຂອງປີ ອາຊຽນທີ່ວ່າ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”

ບົດຂຽນໄດ້ຢັ້ງຢືນວ່າ ຫວຽດນາມ ໄດ້ມານະພະຍາຍາມຫັນອາຊຽນກັບໄປສູ່ເສັ້ນທາງແຫ່ງການຮ່ວມມືຜ່ານບັນດາການເຄື່ອນໄຫວ ຖືອາຊຽນເປັນໃຈກາງ ແລະ ໄດ້ຮັບການສະໜັບສະໜູນຈາກຫຼາຍປະເທດ. ບົດບາດເປັນປະທານ ຂອງ ຫວຽດນາມ ໄດ້ຊ່ວຍໃຫ້ອາຊຽນຜ່ານຜ່າບາງສິ່ງທ້າທາຍຈາກໂລກລະບາດໂຄວິດ - 19 ແລະ ນຳພາກພື້ນກ້າວເດີນຖືກຕາມເສັ້ນທາງມຸ່ງໄປສູ່ການຟື້ນຟູ.

ຕອບກັບ

ຂ່າວ/ບົດ​ອື່ນ