ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ແກ້ໄຂສິ່ງທີ່ຈຳກັດ, ອ່ອນດ້ອຍ ນຳນະຄອນດ່ານັ້ງພັດທະນາຢ່າງວ່ອງໄວແລະໝັ້ນຄົງ

ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ແກ້ໄຂສິ່ງທີ່ຈຳກັດ, ອ່ອນດ້ອຍ ນຳນະຄອນດ່ານັ້ງພັດທະນາຢ່າງວ່ອງໄວແລະໝັ້ນຄົງ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ
ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງນະຄອນ​ດ່າ​ນັ້ງ
(ພາບ: chinhphu.vn)


(vovworld) - ​​ກ່າວ​ຄຳ​ເຫັນ​ທີ່​ການ​​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງນະຄອນ​ດ່າ​ນັ້ງ, ໃນຕອນ​ບ່າຍ​ວັນ​ທີ 14/04, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ, ດ່າ​ນັ້ງ ຕ້ອງ​ເສີມ​ຂະຫຍາຍ​​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າແຮງ, ພ້ອມ​ທັງ​ສັງ​ເກດ, ສຳ​ຫຼວດກວດກາ, ​ແກ້​ໄຂ​ບັນດາຂໍ​ຂາດ​ຕົກ​ບົກ​ຜ່ອງ, ສິ່ງຈຳກັດ, ອ່ອນ​ດ້ອຍ​ຢ່າງ​ເຂັ້ມ​ງວດ ​ເພື່ອ​ນຳ​ດ່າ​ນັ້ງ ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ໝັ້ນຄົງ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ປາດ​ຖະໜາ​ວ່າ, ດ່າ​ນັ້ງ ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ດີງາມ, ບັນດາ​ຜົນງານ​​ທີ່ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ,  ​ແກ້​ໄຂ​ບັນດາ​ສິ່ງທີ່​ຍັງ​ຄົງຄ້າງ; ຊອກ​ຫາ​ວິທີ​ປະຕິບັດ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ, ມີ​ຫົວຄິດ​ປະດິດ​ສ້າງ ​ເພື່ອ​ນຳ​ດ່າ​ນັ້ງ ພັດທະນາ​ຢ່າງ​ໄວວາ ​ແລະ ​​​ໝັ້ນຄົງກວ່າ​ອີກ, ​​ເປັນ​ຮູບ​ແບບ​ພັດທະນາ​ຢ່າງ​ໝັ້ນຄົງ, ​ມີ​ປະສິດທິ​ຜົນ, ​ດີ​ເດັ່ນ​ໃນ​ວິວັດ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝຢ່າງ​ແທດ​ຈິງ. ທ່ານ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ສະ​ເໜີ​ໃຫ້​ດ່າ​ນັ້ງ ​ເອົາ​ໃຈ​ໃສ່​ເປັນພິເສດເຖິງ​ການ​ຊຸກຍູ້​ການພັດທະນາເສດຖະກິດ​ທະ​ເລ​, ​ໂດຍ​ສະ​ເພາະ​ແມ່ນ​ການ​ພັດທະນາ​ການ​ລ້ຽງ​ປູກ, ຫາ​ປາ ​ແລະ ປຸງ​ແຕ່ງ​ສິນ​ທະ​ເລ... ຕິດ​ພັນ​ກັບ​ການ​ສືບ​ຕໍ່​ສຸມ​ໃສ່​ພັດທະນາ​ອຸດສາຫະກຳ​ເຕັກ​ໂນ​ໂລ​ຊີ​ສູງ, ພ້ອມ​ທັງ​ນຳ​ວິທະຍາສາດ​ເຕັກນິກເຂົ້າ​ໃນ​ການ​ຜະລິດ​ກະສິກຳ​ຢ່າງ​ວ່ອງ​ໄວ ​ເພື່ອ​ແນ​ໃສ່​ຍົກ​ສູງ​ສະມັດ​ຕະພາບ, ຄຸນ​ນະພາ​ບ, ສ້າງ​ມູນ​ຄ່າ​ເພີ່ມ, ກຳລັງ​ແກ່ງ​ແຍ່ງສູງ ​ໃຫ້​ແກ່​ບັນດາ​ຜະລິດ​ຕະພັນ​ສິນຄ້າ​ກະສິກຳ.

ຂ່າວ/ບົດ​ອື່ນ