ກຳລັງກວດກາການປະມົງຮັບປະກັນການປະຕິບັດກົດໝາຍວ່າດ້ວຍສິນໃນນ້ຳໃນທະເລຫວຽດນາມ

ກຳລັງກວດກາການປະມົງຮັບປະກັນການປະຕິບັດກົດໝາຍວ່າດ້ວຍສິນໃນນ້ຳໃນທະເລຫວຽດນາມ - ảnh 1
ການນຳ ລັດຖະບານ ຫວຽດນາມ ເຂົ້າຮ່ວມພິທີ​ສະ​ເໜີ​ຕົວ​ກຳລັງ​ກວດກາ​ການ​ປະມົງ ຫວຽດນາມ
(ພາບ: VGP/Nhật Bắc)

(vovworld) – ຕອນ​ເຊົ້າ​ວັນ​ທີ 15/4, ຢູ່​ທ່າ​ກຳ່​ປັນ​ກອງທັບ​ເຮືອ​ເຂດ 3, ນະຄອນ ​ດ່າ​ນັ້ງ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູ້ງ ພ້ອມ​ກັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ແລະ ການ​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ ​ໄດ້​ເຂົ້າ​ຮ່ວມ​ພິທີ​ສະ​ເໜີ​ຕົວ​ກຳລັງ​ກວດກາ​ການ​ປະມົງ ຫວຽດນາມ ​ໂດຍ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຈັດ​ຕັ້ງ. ​ອົງການ​ກວດກາ​ການ​ປະມົງ ຫວຽດນາມ ​ແມ່ນ​ກຳລັງ​ສະ​ເພາະ​ກິດຂອງ​ລັດ ປະຕິບັດ​ໜ້າ​ທີ່​ລາດ​ຕະ​ເວນ, ຕິດຕາມ​ກວດກາ, ພົບ​ເຫັນ, ​ແກ້​ໄຂ ​ແລະ ສະກັດ​ກັ້ນ​ບັນດາ​ການ​ກະທຳ​ລະ​ເມີດກົດໝາຍ​​ໃນ​ເຂດ​ທະ​ເລ​ແຫ່ງ​ຊາດ. ນີ້​ກໍ່​ແມ່ນ​ກຳລັງ​ສຳຄັນ​ເຂົ້າ​ຮ່ວມ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໄພພິບັດ​ທຳ​ມະ​ຊາດ, ສົມທົບ​ກັບ​ຊອກ​ຫາ, ກູ້​​ໄພກູ້​ຊີບ, ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ​ອະທິປະ​ໄຕ​ເຂດ​ທະ​ເລ​ຂອງ​ປະ​ເທດ​ຊາດ.​​..​.

    ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ຢືນຢັນ​ວ່າ: ​ເລື່ອງ​ສ້າງ​ຕັ້ງ​ກຳລັງ​ກວດກາ​ການ​ປະມົງ ຫວຽດນາມ ​ແມ່ນ​ເຫດການ​ມີ​ຄວາມ​ໝາຍ​ສຳຄັນຍິ່ງ​ເພື່ອ​ແນ​ໃສ່​ຮັບປະກັນ​ການ​ປະ​ຕິ​ບັດ​ກົດໝາຍກ່ຽວ​ກັບ​ສິນ​​ໃນ​ນ້ຳ​ບົນ​ທະ​ເລ, ​ເປັນ​ພື້ນຖານ​ເພື່ອຄຸ້ມ​ຄອງ ການຂຸດ​ຄົ້ນ ​ແລະ ປົກ​ປັກ​ຮັກສາ​ແຫ່ລງ​ສິນ​​ໃນ​ນ້ຳ​ແບບ​ຍືນ​ຍົງ, ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ມະນຸດ ​ແລະ ພາຫະນະ​ເຄື່ອນໄຫວຫາ​ສັດ​ນ້ຳ​ໃນ​ເຂດ​ທະ​ເລ. ​ເມື່ອ​ເນັ້ນ​ໜັກ​ເຖິງ​ບົດບາດ, ທີ່​ຕັ້ງ​ສຳຄັນ​ຂອງ​ທະ​ເລ​ໃນ​ວິວັດທະນາ​ການ​ພັດທະນາ​ເສດຖະກິດ, ສັງຄົມ, ຮັບປະກັນ​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ຮັກສາ​ສິ່ງ​ແວດ​ລ້ອມ​ຂອງ​ປະ​ເທດ​ຊາດ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູ​ງຫາຍ ຮຽກຮ້ອງ​ວ່າ:

    “ກະຊວງ​ກະສິກຳ ​ແລ​ະ ພັດທະນາ​ຊົນນະບົດ​ສົມທົບ​ກັນຢ່າງ​ແໜ້​ນ​ແຟ້ນ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖີ່​ນທີ່​ກ່ຽວຂ້ອງ ຊາບ​ຊຶມ​ບັນດາ​ແຜນ​ນະ​ໂຍບາຍ, ມະຕິ​ຂອງ​ສູນ​ກາງ, ຊີ້​ນຳ​ກຳລັງ​ກວດກາ​ການ​ປະມົງ, ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ, ປະຕິບັດ​ໜ້າ​ທີ່​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ ຫວຽດນາມ, ກົດໝາຍ​ສາກົນ​ຢ່າງ​ເດັດຂາດ ​ເພື່ອຮັບປະກັນ​ການ​ລາດ​ຕະ​ເວນ, ກວດກາ, ພົບ​ເຫັນ, ​ປັບ​ໄໝ, ລົງ​ໂທດການກະທຳລະ​ເມີດ​ກົດໝາຍ ​ແລະ ກວດກາສະ​ເພາະ​ຂະ​ແໜງ​ສິນ​ໃນ​ນ້ຳ​ໃນ​​ເຂດ​ທະ​ເລ​ຂອງ​ຫວຽດນາມ. ພ້ອມ​ທັງ, ປະກອບສ່ວນ​ໜູນ​ຊ່ວຍ, ຊ່ວຍ​ເຫຼືອ​ຊາວ​ປະມົງ​ອຸ່ນ​ອ່ຽນ​ໃຈ​ທຳ​ການ​ຜະລິດ, ​ເຂົ້າ​ຮ່ວມ​ການ​ປ້ອງ​ກັນ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ບົນ​ທະ​ເລ ​ແລະ ​ເຂົ້າ​ຮ່ວມ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ, ສິດ​ຕັດສິນ​ອັນ​ຖືກຕ້ອງ​ຂອງ ຫວຽດນາມ ບົນ​ທະ​ເລ​ຕາ​ເວັນ​ອອກ ​ໃນ​ສະພາບ​ການ​ໃໝ່ ​ແລະ ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ສາກົນ​ເຊິ່ງ ຫວຽດນາມ ​ໄດ້ລົງ​ນາມ​ ຫຼື ເຂົ້າ​​ເປັນສະມາຊິກ.”

 



ຂ່າວ/ບົດ​ອື່ນ