ກ່ຳ​ປັ່ນ​ສູ້​ຮົບ​ລັດ​ເຊຍ ລາດ​ຕະ​ເວນ​ຢູ່​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ

(VOVWORLD) -ແຈ້ງການສື່ມວນຊົນໃຫ້ຮູ້ວ່າ ກຸ່ມກ່ຳປັ່ນສູ້ຮົບລັດເຊຍຈະແວ່ເຂົ້າທຽບທ່າຢ້ຽມຢາມທ່າກ່ຳປັ່ນຂອງບັນດາປະເທດ, ແຕ່ບໍ່ມີຂໍ້ມູນລະອຽດ.
ກ່ຳ​ປັ່ນ​ສູ້​ຮົບ​ລັດ​ເຊຍ ລາດ​ຕະ​ເວນ​ຢູ່​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ - ảnh 1ກ່ຳປັ່ນຕ້ານກ່ຳປັ່ນດຳນ້ຳປະເພດໜັກ Severomorsk ຂອງລັດເຊຍ (ພາບ: AFP/TTXVN)

ຕາມແຈ້ງການສື່ມວນຊົນຂອງກະຊວງປ້ອງກັນປະເທດ ລັດເຊຍ, ວັນທີ 1 ພະຈິກ, ກຸ່ມກ່ຳປັ່ນສູ້ຮົບຂອງ ກອງເຮືອຮົບປາຊີຟິກຂອງປະເທດນີ້ ໄດ້ອອກຈາກຖານທີ່ໝັ້ນ ຢູ່ນະຄອນທ່າກ່ຳປັ່ນ Vladivostok ເດີນທາງໄປປະຕິບັດໜ້າທີ່ລາດຕະເວນທະເລໄກ ໃນເຂດທະເລຢູ່ພາກພື້ນອາຊີ - ປາຊີຟິກ. ກອງກ່ຳປັ່ນລວມມີ: ກ່ຳປັ່ນລາດຕະເວນທະເລຂອງ ກອງເຮືອຮົບ ປາຊີຟິກ Varyag, ກ່ຳປັ່ນຕ້ານກ່ຳປັ່ນດຳນ້ຳປະເພດໜັກທີ່ທີຊື່ຂອງພົນເຮືອເອກ Panteleev… ແຈ້ງການສື່ມວນຊົນໃຫ້ຮູ້ວ່າ ກຸ່ມກ່ຳປັ່ນສູ້ຮົບລັດເຊຍຈະແວ່ເຂົ້າທຽບທ່າຢ້ຽມຢາມທ່າກ່ຳປັ່ນຂອງບັນດາປະເທດ, ແຕ່ບໍ່ມີຂໍ້ມູນລະອຽດ.

ຕອບກັບ

ຂ່າວ/ບົດ​ອື່ນ