ກາລະໂອກາດ ແລະ ສິ່ງທ້າທາຍເມື່ອເຂົ້າຮ່ວມສັນຍາການຄ້າເສລີ

ກາລະໂອກາດ ແລະ ສິ່ງທ້າທາຍເມື່ອເຂົ້າຮ່ວມສັນຍາການຄ້າເສລີ - ảnh 1
(ພາບປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 15/04, ກຳມາ​ທິການ​ການ​ຕ່າງປະ​ເທດ​ຂອງ​ສະພາ​ແຫ່ງ​ຊາດ ​ໄດ້​ສົມທົບ​ກັບ​ອົງການ​ພັດທະນາ​ອາ​ເມ​ລິ​ກາ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ “ສະພາ​ແຫ່ງ​ຊາດ​ກັບ​ການ​ເຈລະຈາ, ລົງ​ນາມ ​ແລະ ປະຕິບັດ​ບັນດາ​ສັນຍາ​ການ​ຄ້າ​ເສລີ”. ຕາມ​ບົດ​ລາຍ​ງານ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ແລ້ວ, ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ​ໄດ້​ລົງ​ນາມ​ໃນ 8 ສັນຍາ​ການ​ຄ້າ​ເສລີ ​ແລະ ພວມ​ເຈລະຈາ 7 ສັນຍາ​ອື່ນ. ບັນດາ​ສັນຍາ​ການ​ຄ້າ​ເສລີ​ເຊິ່ງຫວຽດນາມ ​ເຂົ້າ​ຮ່ວມສ່ວນ​ຫຼາຍສຸມ​ໃສ່​ເຂົ້າ​ໃນ​ພາກ​ພື້ນ​ອາຊີ, ອາ​ຊຽນ, ຈີນ ​ແລະ ບັນດາ​ພື້ນຖານ​ເສດຖະກິດ​ໃຫຍ່​ຄື ອາ​ເມ​ລິ​ກາ, ສະຫະພາບ​ເອີ​ລົບ. ສັນຍາ​ການ​ຄ້າ​ເສລີ ຈະ​ສົງຜົນ​ທ້ອນ​ຢ່າງ​ແຮງ​ເຖິງ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ​ຂອງ​ວິ​ສາ​ຫະກິດ​ຫວຽດນາມ ​ເມື່ອ​ຂັ້ນຕອນ​ຫຼຸດຜ່ອນ​ອັດຕາພາສີພວມ​ໄດ້​ຮັບ​ການ​ປະຕິບັດ, ພ້ອ​ມທັງ​ຈະ​ສ້າງ​ຕະຫຼາດ​ສົ່ງ​ອອກ​ທີ່​ກວ້າງ​ໃຫຍ່ ດ້ວຍ​ລະດັບ​ພາສີ​ຕົ້ນຕໍ່ແມ່ນ 0% ​ແລະ ດຶງ​ດູດ​ການ​ລົງທຶນ, ຊຸກຍູ້​ການ​ສ້າງ​ໂຄງ​ປະ​ກອບພື້ນຖານ​ເສດຖະກິດ​ຄື​ນ​ໃໝ່, ສ້າງ​ກຳລັງ​ດັ່ນຍົກ​ສູງ​ການ​ແກ່ງ​ແຍ່ງ​ຂອງ​ບັນດາ​ວິ​ສາ​ຫະກິດ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໃຫ້​ຂໍ້​ສັງ​ເກດ​ວ່າ: ຄຽງ​ຂ້າງ​ບັນດາ​ກາລະ​ໂອກາດ, ສິ່ງ​ທະ​ທາຍ​ອັນ​ດັບ​ໜຶ່ງ​ເຊິ່ງຫວຽດນາມ ຕ້ອງ​ປະ​ເຊີນ​ໜ້າ ​ແມ່ນ​ໄພ​ນຳ​ເຂົ້າ​ເກີນ​ດູ​ນ​ເພີ່ມ​ຂຶ້ນ​ສູງ ຍ້ອນ​ບັນດາ​ຄວາມ​ແກ່ງ​ແຍ່ງ​ດ້ານ​ລາຄາ, ​ເຕັກ​ໂນ​ໂລ​ຊີ ​ແລະ ​ໂຄງ​ປະກອບ​ການ​ຜະລິດ, ​ເງິນຕາ. ພ້ອ​ມກັນ​ນັ້ນ​ແມ່ນ​ລະບົບ​ກົດໝາຍ ຍັງ​ບໍ່​ທັນ​ຄົບ​ຖ້ວນ, ບໍ່​ທັນ​ເໝາະ​ສົມ​ເພື່ອ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ສາກົນ. ສະ​ນັ້ນ, ບັນຫາ​ທີ່​ວາງ​ອອກ​ໃຫ້​ຫວຽດນາມ ​ແມ່ນ ຕ້ອງ​ສືບ​ຕໍ່​ປັບປຸງລະບົບ​ເອກະສານ​ດ້ານ​ກົດໝາຍ, ປັບປຸງ​ບັນດາ​ກົດໝາຍ​ໃນ​ຂົງ​ເຂດ​ຊັບ​ສິນ​ທາງ​ປັນຍາ, ​ແຮງ​ງານ, ສິ່ງ​ແວດ​ລ້ອມ, ຫັນ​ບັນດາ​ຄຳ​ໝັ້ນ​ສັນຍາ​ສາກົນ​ໃໝ່​​ເປັນ​ກົດໝາຍ.

ຂ່າວ/ບົດ​ອື່ນ