ການນຳພັກ ແລະ ລັດຖະບານ ກຸຍບາ ອວຍພອນປະຊາຊົນ ແລະ ລັດຖະບານ ຫວຽດນາມ ເນື່ອງໃນໂອກາດ 49 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ

(VOVWORLD) - ທ່ານນາຍົກລັດຖະມົນຕີ Manuel Marrero Cruz ເນັ້ນໜັກວ່າ, ນີ້ແມ່ນເຫດການເປີດສາກໃຫ້ແກ່ສັນຕິພາບ ແລະ ເອກະພາບຂອງ ຫວຽດນາມ.
ການນຳພັກ ແລະ ລັດຖະບານ ກຸຍບາ ອວຍພອນປະຊາຊົນ ແລະ ລັດຖະບານ ຫວຽດນາມ ເນື່ອງໃນໂອກາດ 49 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ - ảnh 1(ພາບປະກອບ: TTXVN)

        ວັນທີ 30 ເມສາ, ທ່ານນາຍົກລັດຖະມົນຕີ ກຸຍບາ Manuel Marrero Cruz ໄດ້ອວຍພອນປະຊາຊົນ ແລະ ລັດຖະບານ ຫວຽດນາມ, ເນື່ອງໃນໂອກາດສະເຫຼີມສະຫຼອງ 49 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2024).

        ໃນສານທີ່ເອົາລົງໃນສື່ສັງຄົມ, ທ່ານນາຍົກລັດຖະມົນຕີ Manuel Marrero Cruz ເນັ້ນໜັກວ່າ, ນີ້ແມ່ນເຫດການເປີດສາກໃຫ້ແກ່ສັນຕິພາບ ແລະ ເອກະພາບຂອງ ຫວຽດນາມ. ໃນຂະນະນັ້ນ, ທ່ານຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດ ກຸຍບາ Roberto Morales Ojeda, ຢືນຢັນວ່າ, ການນຳພາຂອງປະທານ ໂຮ່ຈີມິນ ແລະ ຄວາມຢືດໝັ້ນຂອງພັກກອມມູນິດ ຫວຽດນາມ, ເສັ້ນທາງລັດທິສັງຄົມນິຍົມເຊິ່ງ ຫວຽດນາມ ຄັດເລືອກໄດ້ນຳມາເຊິ່ງສັນຕິພາບ ແລະ ການພັດທະນາໃຫ້ແກ່ປະເທດຊາດ.

        ສ່ວນທ່ານນາງ Rosario Penton Diaz, ອະທິການບໍດີໂຮງຮຽນພັກຂັ້ນສູງ Nico Lopez, ຢືນຢັນວ່າ, ລັດທິວິລະຊົນຂອງຊາດ ຫວຽດນາມ ໄດ້ນຳປະເທດ ຫວຽດນາມ ໄປເຖິງໄຊຊະນະປີ 1975 ແລະ ໄຊຊະນະຂອງ ຫວຽດນາມ ນັ້ນແມ່ນບົດຮຽນທີ່ຍັງມີຄຸນຄ່າເໝືອນເດີມໃຫ້ແກ່ໂລກມາຮອດໃນປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ