ກອງປະຊຸມໄຈ້ແຍກຕີລາຄາສັງຄົມກ່ຽວກັບຮ່າງປະມວນກົດໝາຍວ່່າດ້ວຍແຮງງານ (ສະບັບປັບປຸງ) ພາຍໃຕ້ແງ່ມູມທາງເພດ

(VOVWORLD) -  ວັນທີ 11 ກັນຍາ, ຢູ່ຮ່າໂນ້ຍ, ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ສົມທົບກັບສະຫະພັນແມ່ຍິງຫວຽດນາມ, ສະຫະພັນໃຫຍ່ແຮງງານຫວຽດນາມ ຈັດຕັ້ງ ກອງປະຊຸມໄຈ້ແຍກຕີລາຄາສັງຄົມຮ່າງປະມວນກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ) ພາຍໃຕ້ແງ່ມູມທາງເພດ.
ກອງປະຊຸມໄຈ້ແຍກຕີລາຄາສັງຄົມກ່ຽວກັບຮ່າງປະມວນກົດໝາຍວ່່າດ້ວຍແຮງງານ (ສະບັບປັບປຸງ) ພາຍໃຕ້ແງ່ມູມທາງເພດ - ảnh 1ກອງປະຊຸມໄຈ້ແຍກຕີລາຄາສັງຄົມກ່ຽວກັບຮ່າງປະມວນກົດໝາຍວ່່າດ້ວຍແຮງງານ (ສະບັບປັບປຸງ) ພາຍໃຕ້ແງ່ມູມທາງເພດ   (ພາບ:ປະກອບ: dangcongsan.vn)

        ທີ່ກອງປະຊຸມ, ໄດ້ມີຄໍາເຫັນຖືວ່າ ປະມວນກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ) ຄວນມີມາດຕາກໍານົດກ່ຽວກັບການສ້າງກອບນິຕິກໍາສະເໝີພາບ ເພື່ອແກ້ໄຂຄວາມຜິດດ່ຽງເງິນເດືອນລະຫວ່າງເພດຍິງ ແລະ ເພດຊາຍ. ກ່ຽວກັບການດັບປັບສໍາລັບຊາວຜູ້ອອກແຮງງານ, ຕາມຜູ້ແທນຈໍານວນໜຶ່ງແລ້ວ, ຮ່າງປະມວນກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ) ຍັງບໍ່ທັນສະແດງໃຫ້ເຫັນສິດສະເໝີພາບຍຸຕິທໍາຕາມການກໍານົດຂອງລັດຖະທໍາມະນູນ. ກ່ຽວຂ້ອງເຖິງບັນຫາເພີ່ມອາຍຸພັກກິນເບ້ຍບໍານານ, ຊາວຜູ້ອອກແຮງງານຖືວ່າ ຮ່າງກົດໝາຍສະບັບດັ່ງກ່າວຕ້ອງຍົກອອກຂໍ້ກໍານົດກ່ຽວກັບການເພີ່ມອາຍຸພັກກິນເບ້ຍບໍານານໃຫ້ແກ່ເພດຍິງ  ແລະ ຊາຍ ໃນແຕ່ລະຂະແໜງ, ແຕ່ລະອາຊີບ ຢ່າງລະອຽດ.

        ຮ່າງປະມວນກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ) ກໍໄດ້ຍົກອອກຂໍ້ກໍານົດຫຼຸດຜ່ອນຊົ່ວໂມງເຮັດວຽກແຕ່ 48 ຊົ່ວໂມງ ຕໍ່ ອາທິດ ລົງເຫຼືອ 44 ຊົ່ວໂມງຕໍ່ອາທິດ. ເຖິງຢ່າງໃດກໍຕາມ, ຜູ້ຕາງໜ້າວິສາຫະກິດຈໍານວນໜຶ່ງບໍ່ເຫັນດີເຫັນພ້ອມຕໍ່ການປັບປຸງດັ່ງກ່າວ. ໃນຂອບເຂດກອງປະຊຸມນີ້, ບັນດາຜູ້ແທນກໍໄດ້ສຸມໃສ່ປຶກສາຫາລືກ່ຽວກັບບາງເນື້ອໃນທີ່ລະບຸໃນຮ່າງປະມວນກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ)ຄື: ບັນຫາບໍາລຸງສ້າງວິຊາຊີບ ແລະ ທັກສະ, ການເຂົ້າຮ່ວມຂອງແຮງງານເພດຍິງໃນຕະຫຼາດແຮງງານຫວຽດນາມ.


 

ຕອບກັບ

ຂ່າວ/ບົດ​ອື່ນ