ກອງປະຊຸມໂອ້ລົມສົນທະນາ ກ່ຽວກັບສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຫວຽດນາມ ຢູ່ທະເລຕາເວັນອອກ ຕາມກົດໝາຍສາກົນ

(VOVWORLD) -ຫວຽດນາມ ມີຝັ່ງທະເລຍາວກວ່າ 3.260 ກິໂລແມັດ; ບັນດາເຂດທະເລຂຶ້ນກັບອະທິປະໄຕ, ສິດອະທິປະໄຕ, ສິດອໍານາດສານ ແມ່ນມີເນື້ອທີ່ກວ່າ 1 ລ້ານ km2, ກວ້າງທົບກວ່າ 3 ເທົ່າເມື່ອທຽບໃສ່ເນື້ອທີ່ທາງບົກ, ດ້ວຍ 2 ໝູ່ເກາະແມ່ນ ຮວ່າງຊາ ແລະ ເຈື່ອງຊາ ແລະ ມີເກາະຫຼາຍກວ່າ 3.000 ແຫ່ງ ແລະ ຫຼາຍໝູ່ເກາະອື່ນໆ. 
ກອງປະຊຸມໂອ້ລົມສົນທະນາ ກ່ຽວກັບສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຫວຽດນາມ ຢູ່ທະເລຕາເວັນອອກ ຕາມກົດໝາຍສາກົນ - ảnh 1ກອງປະຊຸມໂອ້ລົມສົນທະນາ ກ່ຽວກັບສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຫວຽດນາມ ຢູ່ທະເລຕາເວັນອອກ ຕາມກົດໝາຍສາກົນ (ພາບ: dangcongsan.vn)

ເພື່ອແນໃສ່ໂຄສະນາເຜີຍແຜ່ຢ່າງເລິກເຊິ່ງກວ້າງຂວາງ ກ່ຽວກັບບັນຫາປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະຂອງປະເທດຊາດ, ຢັ້ງຢືນບັນດາຫຼັກຖານປະຫວັດສາດ, ນິຕິກໍາ ກ່ຽວກັບອະທິປະໄຕຂອງຫວຽດນາມ ຢູ່ທະເລຕາເວັນອອກ; ກ່ຽວກັບຄວາມໝາຍຄວາມສໍາຄັນຂອງທະເລ, ໝູ່ເກາະໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ; ຈາກນັ້ນ, ສ້າງຄວາມເຫັນດີເຫັນພ້ອມ, ຄວາມເປັນເອກະພາບ; ເສີມຂະຫຍາຍໜ້າທີ່ຄວາມຮັບຜິດຊອບຂອງພົນລະເມືອງໃນການປົກປົກຮັກສາອະທິປະໄຕເຂດທະເລ,ໝູ່ເກາະ ອັນສັກກະລະບູຊາຂອງປະເທດຊາດ... ຕອນເຊົ້າວັນທີ 14 ຕຸລາ, ໜັງສືພິມເອເລັກໂຕນິກພັກກອມມູນິດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມໂອ້ລົມສົນທະນາ ດ້ວຍຫົວຂໍ້ “ສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຫວຽດນາມ ຢູ່ທະເລຕາເວັນອອກ ຕາມກົດໝາຍສາກົນ”.

        ໂດຍເປັນປະເທດແຄມທະເລ, ຕັ້ງຢູ່ທາງທິດຕາເວັນຕົກຂອງທະເລຕາເວັນອອກ, ຫວຽດນາມ ມີຝັ່ງທະເລຍາວກວ່າ 3.260 ກິໂລແມັດ; ບັນດາເຂດທະເລຂຶ້ນກັບອະທິປະໄຕ, ສິດອະທິປະໄຕ, ສິດອໍານາດສານ ແມ່ນມີເນື້ອທີ່ກວ່າ 1 ລ້ານ km2, ກວ້າງທົບກວ່າ 3 ເທົ່າເມື່ອທຽບໃສ່ເນື້ອທີ່ທາງບົກ, ດ້ວຍ 2 ໝູ່ເກາະແມ່ນ ຮວ່າງຊາ ແລະ ເຈື່ອງຊາ ແລະ ມີເກາະຫຼາຍກວ່າ 3.000 ແຫ່ງ ແລະ ຫຼາຍໝູ່ເກາະອື່ນໆ. ຫວຽດນາມ ມີພົນລະເມືອງກວ່າ 50% ດໍາລົງຊີວິດຢູ່ 28 ແຂວງ, ນະຄອນແຄມທະເລ. ຫຼາຍບໍລິເວນແຄມທະເລ, ກໍຄືເກາະແຫ່ງຕ່າງໆຢູ່ຫວຽດນາມ ມີທີ່ຕັ້ງພູມີສາດ  ແມ່ນມີຄວາມສໍາຄັນທີ່ສຸດສໍາລັບການພັດທະນາເສດຖະກິດ ແລະ ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ດັ່ງນັ້ນ, ເລື່ອງຮັບປະກັນຄວາມສະຫງົບຢູ່ທະເລໝູ່ເກາະ ແມ່ນເພື່ອແນໃສ່ຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນອັນໃຫຍ່່ຫຼວງຂອງທະເລ ແມ່ນຄວາມຮຽກຮ້ອງຕ້ອງການໂດຍພາວະວິໄສຂອງພາລະກິດກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ. 

ຕອບກັບ

ຂ່າວ/ບົດ​ອື່ນ