ກອງປະຊຸມສຳມະນາດັດຊະນີປະສິດທິຜົນການຄຸ້ມຄອງແລະບໍລິຫານແຫ່ງລັດຂັ້ນແຂວງຢູ່ຫວຽດນາມ

ກອງປະຊຸມສຳມະນາດັດຊະນີປະສິດທິຜົນການຄຸ້ມຄອງແລະບໍລິຫານແຫ່ງລັດຂັ້ນແຂວງຢູ່ຫວຽດນາມ - ảnh 1
ກອງປະຊຸມ ສຳ​ມະ​ນາ​ດັດຊະນີ​ປະສິດທິ​ຜົນ​ການ​ຄຸ້ມ​ຄອງ​ແລະບໍລິຫານ​ແຫ່ງ​ລັດ​ຂັ້ນ​ແຂວງ​ຢູ່​ຫວຽດນາມ
(ພາບ: noichinh.vn)

(vovworld) – ​ວັນ​ທີ 23/4, ຢູ່​ນະຄອນ ຫວູງ​ເຕົ່າ (​ແຂວງ ບ່າ​ເຣ້ຍ ຫວູງ​ເຕົ່າ, ສູນ​ຄົ້ນ​ຄ້ວາ​ພັດທະນາ ​ແລະ ໜູນ​ຊ່ວຍ​ວົງ​ຄະນະ​ຍາດ (CECODES), ສູນ​ຝຶກ​ອົມ​ຮົມ​ພະນັກງານ ​ແລະ ຄົ້ນ​ຄ້ວາ​ວິທະຍາສາດ ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ (VFF – CRT) ​ແລະ​ ​​ອົງການ ສປຊ ເພື່ອການ​ພັດທະນາປະຈຳ ຫວຽດນາມ (UNDP) ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ ກອງ​ປະຊຸມ​ສຳ​ມະ​ນາ “​ດັດຊະນີ​ປະສິດທິ​ຜົນ​​ແຫ່ງການ​ຄຸ້ມ​ຄອງ​ແລະບໍລິຫານ​ແຫ່ງ​ລັດ​ຂັ້ນ​ແຂວງ​ຢູ່ ​ຫວຽດນາມ” ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ຕາງໜ້າຄະນະ​ການ​ນຳ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ 9 ​ແຂວງ​ທາງ​ທິດ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່າ​ນ Bakhodir Burkhanov, ​ຮອງ​ຜູ້ອຳນວຍການ UNDP ປະຈ​ຳ ຫວຽດນາມ ​ໃຫ້​ຮູ້​ວ່າ: ດັດຊະນີ​ປະສິດທິ​ຜົນ ​​ແຫ່ງການ​ຄຸ້ມ​ຄອງ​ແລະບໍລິຫານ​ແຫ່ງ​ລັດ (PAPI) ​ແມ່ນ​ດັດຊະນີ​ສຳຄັນ, ສະໜ​ອງຫຼາຍ​ຂໍ້​ມູນ​ຂ່າວ​ສານຊ່ວຍ​ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ ຮັບ​ຮູ້​ບັນດາ​ຈຸດ​ດີ, ຈຸດ​ອ່ອນ​ໃນ​ການ​ບໍລິຫານ, ​ຄຸ້ມ​ຄອງ​​ລັດ ​ໃນ​ບໍລິ​ເວ​ນ, ຈາກ​ນັ້ນ​ມີ​ການ​ປ່ຽນ​​ແປງ, ປັບປຸງ, ຊ່ວຍ​​ເສີມ​ຂະຫຍາຍ​​ບັນດາ​​ເຄື່ອງມື​ບໍລິຫານ​ຮັບ​ໃຊ້​ປະຊາຊົນ​ເປັນ​ຢ່າງ​ດີ. ​ເມື່ອປຶກສາ​ຫາ​ລື​ທີ່ກອງ​ປະຊຸມ​ສຳ​ມະ​ນາ​, ການ​ນຳ​ແນວ​ໂຮມ​ປະ​ເທດ​ຊາດ ບັນດາ​ທ້ອງ​ຖີ່​ນ ​ໃນ​​ເຂດ​ລ້ວນ​ແຕ່​ຮັບ​ຮູ້ສັງ​ເກດ​ວ່າ​ປະມວນ​ດັດຊະນີ​ແມ່ນ​​ເຄື່ອງມື​ມີ​ປະ​ໂຫຍ​ດ ​ເພື່ອ​ໃຫ້​ແນວ​ໂຮມ​ປະ​ເທດ​ຊາດ ພ້ອມ​ກັບ​ປະຊາຊົນ​ເຂົ້າ​ຮ່ວມ​ການ​ຕິດຕາມ​ກວດກາ ​ແລະ ​ຕີ​ລາຄາສັງຄົມ​ໃນ​ໄລຍະ​ຈະ​ມາ​ເຖິງ.


ຂ່າວ/ບົດ​ອື່ນ