ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຊຸດທີ XV ຢັ້ງຢືນການປ່ຽນແປງໃໝ່, ຍົກສູງຄຸນນະພາບການເຄື່ອນໄຫວຂອງສະພາແຫ່ງຊາດ

(VOVWORLD) - ສະພາແຫ່ງຊາດ ໃຫ້ມີການປ່ຽນແປງໃໝ່ໃນການຈັດຕັ້ງ, ເນື້ອໃນບັນດາວາລະປືກສາຫາລືຢູ່ຫໍປະຊຸມ ກໍ່ຄືປຶກສາຫາລືຢູ່ໜ່ວຍ
ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຊຸດທີ XV ຢັ້ງຢືນການປ່ຽນແປງໃໝ່, ຍົກສູງຄຸນນະພາບການເຄື່ອນໄຫວຂອງສະພາແຫ່ງຊາດ - ảnh 1ບັນດາສສຊ ລົງປະຊາມະຕິດ້ວຍລະບົບອັດຕະໂນມັດ
(ພາບ: quochoi.vn)

ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ສິ້ນສຸດລົງໃນທ້າຍອາທິດຜ່ານມາ, ພາຍຫຼັງການເຮັດວຽກຢ່າງຟົດຟື້ນ, ປະຊາທິປະໄຕ ແລະ ສາມັກຄີເປັນເວລາ 25 ວັນ. ຜົນສຳເລັດຂອງກອງປະຊຸມສືບຕໍ່ໄດ້ຢັ້ງຢືນຄວາມຮັບຜິດຊອບ, ຄວາມມານະພະຍາຍາມ, ຄວາມຕັດສິນໃຈສູງຂອງສະພາແຫ່ງຊາດ, ຂອງບັນດາສຳນັກງານ, ອົງການທີ່ກ່ຽວຂ້ອງໃນຂັ້ນຕອນກະກຽມ, ດຳເນີນກອງປະຊຸມ. ພ້ອມນັ້ນ, ກໍ່ຢັ້ງຢືນລັກສະນະປ່ຽນແປງໃໝ່, ຍົກສູງຄຸນນະພາບກ່ຽວກັບການສ້າງລາຍການ, ເນື້ອໃນກອງປະຊຸມ.

        ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດ ໃຫ້ມີການປ່ຽນແປງໃໝ່ໃນການຈັດຕັ້ງ, ເນື້ອໃນບັນດາວາລະປືກສາຫາລືຢູ່ຫໍປະຊຸມ ກໍ່ຄືປຶກສາຫາລືຢູ່ໜ່ວຍ. ບັນດາສະມາຊິກສະພາແຫ່ງຊາດ ມີບັນດາຄຳຄິດຄຳເຫັນທີ່ເລິກເຊິ່ງ, ສຸດຈິດສຸດໃຈ ແລະ ຫຼາຍແງ່ມູມໃນຫຼາຍຂົງເຂດ. ຕາມການສະຖິຕິແລ້ວ, ມີສະມາຊິກສະພາແຫ່ງຊາດໄດ້ປະກອບຄຳເຫັນ 1.533 ເທື່ອຄັ້ງໃນກອງປະຊຸມປຶກສາຫາລືຢູ່ໜ່ວຍ 10 ຄັ້ງ , ແລະ ກອງປະຊຸມປຶກສາຫາລືຢູ່ຂັ້ນຄະນະ 3 ຄັ້ງ; ໄດ້ປະກອບຄຳເຫັນປຶກສາຫາລື ແລະ ໂຕ້ວາທີ ເກືອບ 800 ເທື່ອຄັ້ງໃນກອງປະຊຸມປຶກສາຫາລືຢູ່ຫໍປະຊຸມ 30 ຄັ້ງ. ທ່ານນາງ ຫງວຽນທິສິວ, ສະມາຊິກສະພາແຫ່ງຊາດແຂວງ ເທື່ອທຽນ ເຫວ້, ໃຫ້ຂໍ້ສັງເກດວ່າ:

        “ທີ່ບັນດາກອງປະຊຸມປຶກສາຫາລືຢູ່ໜ່ວຍ ກໍ່ຄືກອງປະຊຸມປຶກສາຫາລືທີ່ຫໍປະຊຸມ, ການລົງທະບຽນຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດມີຫຼາຍທີ່ສຸດ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນ ສະມາຊິກສະພາແຫ່ງຊາດ ຕ້ອງຄົ້ນຄ້ວາເອກະສານ, ບັນດາຮ່າງກົດໝາຍ, ຮ່າງມະຕິຢ່າງຮອບດ້ານ, ປາດຖະໜາຢາກຖ່າຍທອດຄຳເຫັນຂອງຜູ້ມີສິດເລືອກຕັ້ງກ່ຽວກັບຂົງເຂດທີ່ໄດ້ຮັບຄວາມສົນໃຈໃສ່ຢ່າງວ່ອງໄວ, ທັນການ”.

        ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດ ຊຸດທີ XV ເປັນຂີດໝາຍຄັ້ງທຳອິດບົດລາຍງານໝາກຜົນການຕິດຕາມກວດກາໄດ້ຮັບການແກ້ໄຂ, ການຕອບຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງໄດ້ນຳມາປຶກສາຫາລື, ສະແດງໃຫ້ເຫັນແຈ້ງຄວາມຮັບຜິດຊອບຂອງສະພາແຫ່ງຊາດຕໍ່ຜູ້ມີສິດເລືອກຕັ້ງ. ຜູ້ມີສິດເລືອກຕັ້ງກໍ່ມີຄວາມສົນໃຈເປັນພິເສດເຖິງວາລະຊັກຖາມ ແລະ ຕອບຄຳຊັກຖາມຂອງກອງປະຊຸມຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ