ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 42: ບັນ​ດາ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອ​າ​ຊຽນ ໂຮ​ມກອງ​ປະ​ຊຸມ​​ຈັດກຽມ

(VOVWORLD) -ຕອນເຊົ້າວັນທີ 9 ພຶດສະພາ, ຢູ່ເທດສະບານເມືອງ Labuan Bajo ຂອງ ອິນໂດເນເຊຍ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ນຳພາຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ, ສະພາປະຊາຄົມ ການເມືອງ - ຄວາມໝັ້ນຄົງ ອາຊຽນ ຄັ້ງທີ 26  ແລະ ສະພາປະສານງານ ອາຊຽນ ຄັ້ງທີ 33.
ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 42: ບັນ​ດາ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອ​າ​ຊຽນ ໂຮ​ມກອງ​ປະ​ຊຸມ​​ຈັດກຽມ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ທີ່ກອງປະຊຸມ (ພາບ: VOV)

ກ່າວຄຳເຫັນທີ່ກອງປະຊຸມດັ່ງກ່າວ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ສະເໜີໃຫ້ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຕ້ອງເສີມຂະຫຍາຍກຳລັງແຮງສາມັກຄີ, ເປັນເອກະພາບ, ເປັນເຈົ້າຍຸດທະສາດ, ເສີມຂະຫຍາຍບົດບາດເປັນໃຈກາງດ້ວຍການສະໜັບສະໜູນ ແລະ ຄວາມເຄົາລົບຂອງບັນດາປະເທດຄູ່ຮ່ວມມືຢ່າງມີປະສິດທິຜົນ, ຢັ້ງຢືນພາລະກຳຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ.

        ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ເນັ້ນໜັກເຖິງການເພີ່ມທະວີການຮ່ວມມືຢູ່ອະນຸພາກພື້ນ, ໃນນັ້ນ ອາຊຽນ ຖືບົດບາດເປັນໃຈກາງ, ເຊື່ອມຈອດພັດທະນາອະນຸພາກພື້ນ ໂດຍຜ່ານໂຄງການຮ່ວມມືລວມຂອງ ອາຊຽນ, ຊຸກຍູ້ການເຊື່ອມຕໍ່ພື້ນຖານໂຄງລ່າງ, ລະບອບລະບຽບການ ແລະ ມະນຸດ ເພື່ອສ້າງກຳລັງໜູນໃນການເຕີບໂຕໃຫ້ບັນດາອະນຸພາກພື້ນ, ໜູນຊ່ວຍເປົ້າໝາຍຮັດແຄບຊ່ອງຫວ່າງພັດທະນາ ຢ່າງໄດ້ການໄດ້ງານ.

        ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ກໍຢັ້ງຢືນຫຼັກໝັ້ນຫຼັກການຂອງ ອາຊຽນ ກ່ຽວກັບທະເລຕາເວັນອອກ ແລະ ເນັ້ນໜັກເຖິງນ້ຳໃຈຄວາມຮັບຜິດຊອບຂອງແຕ່ລະປະເທດໃນການສ້າງທະເລຕາເວັນອອກ ກາຍເປັນເຂດທະເລສັນຕິພາບ, ປອດໄພ ແລະ ມີສະຖຽນລະພາບ.

        ກ່ຽວກັບສະພາບການຢູ່ ມຽນມາ, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ເນັ້ນໜັກວ່າ ຕ້ອງສົນທະນາກັນດ້ວຍນ້ຳໃຈສ້າງສັນ ແລະ ແທດຈິງ ລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງຢູ່ ມຽນມາ ເພື່ອແນໃສ່ເພີ່ມທະວີການສ້າງຄວາມໄວ້ເນື້ອເຊື່ອໃຈ, ຮັບປະກັນວ່າ ທຸກມາດຕະການ ຕ້ອງແມ່ນຂອງ ມຽນມາ ແລະ ໂດຍ ມຽນມາ ນຳພາ.

ຕອບກັບ

ຂ່າວ/ບົດ​ອື່ນ