ກອງປະຊຸມວິສາມັນຄັ້ງທີ 7, ສະພາແຫ່ງຊາດຊຸດທີ XV ຈະຈັດຂຶ້ນໃນຕອນບ່າຍວັນທີ 02 ພຶດສະພາ

(VOVWORLD) - ກອງປະຊຸມວິສາມັນຄັ້ງທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ເພື່ອພິຈາລະນາກ່ຽວກັບວຽກງານບຸກຄະລາກອນທີ່ຂຶ້ນກັບສິດອຳນາດ.
ກອງປະຊຸມວິສາມັນຄັ້ງທີ 7, ສະພາແຫ່ງຊາດຊຸດທີ XV ຈະຈັດຂຶ້ນໃນຕອນບ່າຍວັນທີ 02 ພຶດສະພາ - ảnh 1(ຫໍສະພາແຫ່ງຊາດ ຫວຽດນາມ)

        ຕາມແຈ້ງການສື່ມວນຊົນຂອງເລຂາທິການສະພາແຫ່ງຊາດ: ໂດຍອີງໃສ່ຂໍ້ກຳນົດຂອງລັດຖະທຳມະນູນ ແລະ ກົດໝາຍ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຕົກລົງຮຽກໂຮມກອງປະຊຸມວິສາມັນຄັ້ງທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ເພື່ອພິຈາລະນາກ່ຽວກັບວຽກງານບຸກຄະລາກອນທີ່ຂຶ້ນກັບສິດອຳນາດ. ກອງປະຊຸມຈະຈັດຂຶ້ນໃນຕອນບ່າຍວັນທີ 02 ພຶດສະພາ, ຢູ່ຫໍສະພາແຫ່ງຊາດ, ທີ່ ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ