ກອງປະຊຸມ CEO Summit ສິ້ນສຸດ ແລະ ມອບໂອນບົດບາດປະທານ CEO Summit ໃຫ້ Papua Niu Guinea

(VOVWORLD) -ວັນທີ 10 ພະຈິກ, ກອງປະຊຸມສຸດຍອດວິສາຫະກິດ APEC 2017 (CEO Summit) ໄດ້ສິ້ນສຸດລົງ ພາຍຫຼັງເຮັດວຽກມາເປັນເວລາ 3 ວັນ, ດ້ວຍວາລະປະຊຸມ 15 ຄັ້ງ.

ກອງປະຊຸມ CEO Summit ສິ້ນສຸດ ແລະ ມອບໂອນບົດບາດປະທານ CEO Summit ໃຫ້ Papua Niu Guinea - ảnh 1 ກອງປະຊຸມ CEO Summit ສິ້ນສຸດ ແລະ ມອບໂອນບົດບາດປະທານ CEO Summit

ໃຫ້ Papua Niu Guinea

(ພາບ: TTXVN)

ກອງປະຊຸມໄດ້ສຸມໃສ່ປຶກສາຫາລືບັນດາທ່າອ່ຽງໃໝ່ຂອງໂລກາພິວັດ; ການປະຕິວັດວິທະຍາສາດເຕັກເຕັກໂນໂລຊີ; ເຊື່ອມຕໍ່ວິສາຫະກິດ; ເສີມຂະຫຍາຍຄວາມຂະຫຍັນຂັນເຄື່ອນ, ການມີຫົວຄິດປະດິດສ້າງຂອງປະຊາຄົມວິສາຫະກິດ; ຍູ້ແຮງການຮ່ວມມືພັດທະນາເສດຖະກິດ ແລະ ຫັນບັນດາຄວາມສາມາດບົ່ມຊ້ອນດ້ານການຄ້າ ແລະ ການລົງທຶນໂດຍ APEC ນຳມາໃຫ້ປະກົດຜົນເປັນຈິງ.

        ກອງປະຊຸມໄດ້ເປັນຂີດໝາຍຜົນສຳເລັດໂດຍຫວຽດນາມ ຈັດຕັ້ງ. ທ່ານ ຫວູຕ໋ຽນລົກ, ຫົວໜ້າຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ, ປະທານກອງປະຊຸມສຸດຍອດວິສາຫະກິດ APEC 2017 ໄດ້ມອບໂອນບົດບາດປະທານ CEO Summit ໃຫ້ Papua Niu Guinea ຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ