ກໍ່ສ້າງຊົນນະບົດໃໝ່ຕາມທິດໝັ້ນຄົງ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ

ກໍ່ສ້າງຊົນນະບົດໃໝ່ຕາມທິດໝັ້ນຄົງ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ - ảnh 1
(ພາບປະກອບ)

(vovworld) - ​ ​ຕອນ​ເຊົ້າ​ວັນ​ທີ 17/07, ທ່ານ​ປະທານ​ສະ​ພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ, ຫົວໜ້າ​ຄະນະ​ຊີ້​ນຳ​ການ​ສະ​ຫລຸບ 5 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 7, ຊຸດ​ທີ 10 ກ່ຽວ​ກັບ​ກະສິກຳ, ຊາວ​ກະສິກອນ ​ແລະ ຊົນນະບົດ ​ໄດ້​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຕາ​ແສງ ​ແຄ໋ງ​ແທ່ງ, ​ເມືອງ ອຽນ​ແຄ໋ງ, ​ແຂວງ ນິງບິ່ງ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ກວດກາ​ການ​ກໍ່ສ້າງທາງ​ເບ​ຕົງ​ຊົນນະບົດ, ຢ້ຽມຢາມ​ຮູບແບບທົ່ງ​ນາກ​ວ້າງ​ໃຫຍ່, ກິດຈະກຳ​ນ້ຳ​ສະອາດ... ຂອງ​ຕາ​ແສງ ​ແຄ໋ງທ້ຽນ, ​ເມືອງ​ອຽນ​ແຄ໋ງ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ໄດ້​ຕັກເຕືອນ​ການ​ນຳ​ຕາ​ແສງ ​ແລະ ປະຊາຊົນ ຕ້ອງ​ເອົາ​ໃຈ​ໃສ່​ກໍ່ສ້າງ​ຊົນນະບົດ​ໃໝ່​ທີ່​ທັນ​ສະ​ໄໝ, ສິ່ງ​ແວດ​ລ້ອມ​ທີ່​ປ​ອດ​ໂປງ, ພິ​ເສດ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​ພັດທະນາ​ຢ່າງ​ໝັ້ນຄົງ, ເປັນປົກກະຕິ, ຜະລິດ​ຕະພັນ​ກະສິກຳ​ຜະລິດ​ອອກ ບໍ່​ພຽງ​ແຕ່​ຈຳໜ່າຍຢູ່​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ສົ່ງ​ອອກໄປຕ່າງປະເທດ​ອີກ​ດ້ວຍ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຊີ້​ແຈ້ງວ່າ: ບົນ​ຈິດ​ໃຈ​ມະຕິ​ສູນ​ກາງຄັ້ງ​ທີ 7 ​ແມ່ນ​ສຸມ​ໃສ່​ພັດທະນາ​ກະສິກຳ, ຊົນນະບົດ ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ອີ່ນ​ໜຳ​ສຳລານ. ສະ​ນັ້ນ, ປະຊາຊົນ​ແຕ່ລະ​ຄົນ​ຕ້ອງ​ມີ​ສະຕິ​ ​ແລະ ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ. ທ່ານ​ນັ້ນ​ໜັກ​ວ່າ ​ເສດຖະກິດ​ຂອງ​ແຕ່​ລະ​ຄອບຄົວ​ໄດ້​ຮັບ​ການ​ພັດທະນາ, ຮັ່ງມີ ຈະ​ສ້າງທ່ວງ​ທ່າ​ຮອງ​ໃຫ້​ຕາ​ແສງ, ​ເມືອງ, ​ແຂວງ ​ແລະ ປະ​ເທດ​ຊາດ​ພັດທະນາ.

ຂ່າວ/ບົດ​ອື່ນ