G7 ຕົກ​ລົງ​ເປັນ​ເອ​ກະ​ພາບ​ຕໍ່​ການ​ປິດ​ປະ​ຕູ​ໂຮງ​ງານ​ໄຟ​ຟ້າ​​ຖ່ານ​ຫີນ ກ​່ອນ​ປີ 2035

(VOVWORLD) -  G7 ບັນລຸໄດ້ຂໍ້ຕົກລົງຄ່ອຍໆລົບລ້າງໄຟຟ້າຖ່ານຫີນເທື່ອລະກ້າວໃນໄລຍະຕົ້ນຂອງຊຸມປີ 2030.
G7 ຕົກ​ລົງ​ເປັນ​ເອ​ກະ​ພາບ​ຕໍ່​ການ​ປິດ​ປະ​ຕູ​ໂຮງ​ງານ​ໄຟ​ຟ້າ​​ຖ່ານ​ຫີນ ກ​່ອນ​ປີ 2035 - ảnh 1ໂຮງງານໄຟຟ້າຖ່ານຫີນຢູ່  Niederaussem, ເຢຍລະມັນ (ພາບ: Reuters)

ວັນທີ 29 ເມສາ, ບັນດາສື່ມວນຊົນຂອງ ອີຕາລີ ໄດ້ໃຫ້ຂ່າວກ່ຽວກັບເລື່ອງ ລັດຖະມົນຕີກະຊວງພະລັງງານບັນດາປະເທດສະມາຊິກກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ໄດ້ໃຫ້ຄຳໝັ້ນສັນຍາປິດປະຕູໂຮງງານໄຟຟ້າຖ່ານຫີນແຫ່ງຕ່າງໆ ຊ້າສຸດແມ່ນໃນປີ 2035. ກ່າວຄຳເຫັນຕໍ່ນັກຂ່າວຊ່ອງໂທລະພາບ Class CNBC ຂອງ ອີຕາລີ ຢູ່ນະຄອນ Turin, ເຊິ່ງເປັນບ່ອນທີ່ບັນດາເຈົ້າໜ້າທີ່ໃນກຸ່ມນີ້ໂຮມປະຊຸມ, ທ່ານ Andrew Bowie ລັດຖະມົນຕີກະຊວງຄວາມໝັ້ນຄົງດ້ານພະລັງງານ ອັງກິດ ຊີ້ແຈ້ງວ່າ: G7 ບັນລຸໄດ້ຂໍ້ຕົກລົງຄ່ອຍໆລົບລ້າງໄຟຟ້າຖ່ານຫີນເທື່ອລະກ້າວໃນໄລຍະຕົ້ນຂອງຊຸມປີ 2030. ນີ້ແມ່ນຂໍ້ຕົກລົງປະຫວັດສາດ, ເຊິ່ງ G7 ບໍ່ສາມາດບັນລຸໄດ້ໃນກອງປະຊຸມ COP28 ທີ່ຈັດຂຶ້ນຢູ່ ດູໄບ ໃນປີ 2023.

ຕອບກັບ

ຂ່າວ/ບົດ​ອື່ນ