CEO Sumit 2017 ປຶກສາຫາລືບັນດາຫົວຂໍ້ ເພື່ອແນໃສ່ຊຸກຍູ້ການເຕີບໂຕທົ່ວໂລກ

(VOVWORLD) - ໃນຂອບເຂດສັບປະດາຂັ້ນສູງ APEC 2017, ວັນທີ 09 ພະຈິກ, ທີ່ດ່າໜັງ, ກອງປະຊຸມສຸດຍອດວິສາຫະກິດ APEC 2017 ສືບຕໍ່ໄດ້ດຳເນີນ ດ້ວຍບັນດາວາລະປຶກສາຫາລືຕາມຫົວຂໍ້ທີ່ແຕກຕ່າງກັນ ເພື່ອແນໃສ່ຊຸກຍູ້ການເຕີບໂຕທົ່ວໂລກແບບຍືນຍົງ. 
CEO Sumit 2017 ປຶກສາຫາລືບັນດາຫົວຂໍ້ ເພື່ອແນໃສ່ຊຸກຍູ້ການເຕີບໂຕທົ່ວໂລກ - ảnh 1 ກອງປະຊຸມCEO Sumit 2017

ນັກປາຖະກະຖາຂອງບັນດາວາລະປຶກສາຫາລື ແມ່ນບັນດາການນຳຂອງບາງພື້ນຖານເສດຖະກິດ, ບັນດາຜູ້ອຳນວຍການໃຫຍ່, ປະທານກຸ່ມບໍລິສັດເສດຖະກິດໃຫຍ່ໃນພາກພື້ນຫລາຍແຫ່ງ.

        ທີ່ວາລະປຶກສາຫາລື ບັນດາປັດໄຈສ້າງວຽກເຮັດງານທຳໃໝ່. ທ່ານນາງ Chrustia Freeland ລັດຖະມົນຕີການຕ່າງປະເທດ ການາດາ ຖືວ່າ:

        “ເມື່ອເວົ້າເຖິງການປະຕິວັດເຕັກໂນໂລຢີ ເຄື່ອງຈັກຈະປ່ຽນແທນໃຫ້ມະນຸດໃນຫລາຍຂົງເຂດ ແຕ່ຄວນຄິດວ່າ: ເຕັກໂນໂລຢີສະຫລາດ ຈະຊ່ວຍແກ້ໄຂບັນດາສິ່ງທ້າທາຍກ່ອນນີ້ ເຊິ່ງມະນຸດເຄີຍປະສົບ. ຍຸກສະໄໝເຕັກໂນໂລຢີກໍ່ພາໃຫ້ປະກົດມີຫລາຍອົງການຈັດຕັັ້ງສັງຄົມ ປົກປ້ອງຊາວຜູ້ອອກແຮງງານ, ປະກົດມີເສດຖີໃໝ່ຫລາຍຄົນ ແລະ ເຂົາເຈົ້າໄດ້ເຮັດວຽກໂດຍກົງກັບລັດຖະບານ ແລະ ບັນດາອົງການຂອງລັດຖະບານ ຊ່ວຍໃຫ້ເຂົາເຈົ້າແກ້ໄຂຂໍ້ຕິດຂັດໃນການດຳເນີນທຸລະກິດໄດ້ສະດວກກ່ວາ.

        ທີ່ວາລະປະຊຸມ, ທ່ານນາງ ເຢືອງທິມາຍຮວາ ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Vingroup (ຫວຽດນາມ) ແບ່ງປັນວ່າ:

        “ພວກຂ້າພະເຈົ້າໄດ້ລົງທຶນເຂົ້າເຕັກໂນໂລຢີຫລາຍກ່ວາ. Vingroup ລົງທຶນເຂົ້າ 7 ຂະແໜງການ. ເລື່ອງໝູນໃຊ້ເຕັກໂນໂລຢີໃນບັນດາຂະແໜງດຳເນີນທຸລະກິດນີ້ ແມ່ນແຕກຕ່າງກັນ. ໃນດ້ານສາທາລະນະສຸກ, ຫຸ່ນຍົນໄດ້ຮັບການນຳໃຊ້ເພື່ອຜ່າຕັດ. ໃນດ້ານກະສິກຳ, ພວກຂ້າພະເຈົ້າມີບັນດາຊອັບແວໃໝ່ ທີ່ຕິດຕັ້ງໃນຟາມ. ໃນດ້ານການສຶກສາ ພວກຂ້າພະເຈົ້ານຳໃຊ່ຫຸ່ນຍົນສອນພາສາຕ່າງປະເທດ. ເລື່ອງໝູນໃຊ້ເຕັກໂນໂລຢີ ເຮັດໃຫ້ບາງວຽກງານຖືກຜົນສະທ້ອນ ແຕ່ສິ່ງສຳຄັນທີ່ສຸດ ແມ່ນວິທີພວກເຮົາຈັດຕັ້ງວຽກງານຄືແນວໃດ ເພື່ອຫັນປ່ຽນການຊັບຊ້ອນມະນຸດໃຫ້ເໝາະສົມ.

ຕອບກັບ

ຂ່າວ/ບົດ​ອື່ນ