APEC 2017: ຫຼາຍກາລະໂອກາດໃຫ້ແກ່ການຮ່ວມມື ແລະ ພັດທະນາ

(VOVWORLD) -  ບັນດາຜູ້ແທນຈະປຶກສາຫາລືບາງເນື້ອໃນຄື: ເຈລະຈາກ່ຽວກັບບົດບາດຂອງລັດຖະບານ ແລະ ວິສາຫະກິດ ໃນການຊຸກຍູ້ການນຳໃຊ້ບັນດາແຫຼ່ງກຳລັງຢ່າງມີປະສິດທິຜົນ ແລະ ພັດທະນາເສດຖະກິດແບບຍືນຍົງ

ໃນຂອບເຂດສັບປະດາຂັ້ນສູງ APEC 2017 ຈັດຕັ້ງຢູ່ນະຄອນ ດ່ານັ້ງ, ໃນວັນທີ 10 ພະຈິກ, ກອງປະຊຸມສຸດຍອດວິສາຫະກິດ APEC 2017 (CEO Summit 2017) ໄດ້ກ້າວເຂົ້າສູ່ມື້ເຮັດວຽກທີ່ 3 ແລະ ກໍ່ແມ່ນມື້ເຮັດວຽກສຸດທ້າຍ. ນີ້ແມ່ນເຫດການໂດຍຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ສົມທົບກັບຄະນະເລຂາ APEC ຈັດຕັ້ງແຕ່ວັນທີ 8 -10 ຕຸລາ.

        ບັນດາຜູ້ແທນຈະປຶກສາຫາລືບາງເນື້ອໃນຄື: ເຈລະຈາກ່ຽວກັບບົດບາດຂອງລັດຖະບານ ແລະ ວິສາຫະກິດ ໃນການຊຸກຍູ້ການນຳໃຊ້ບັນດາແຫຼ່ງກຳລັງຢ່າງມີປະສິດທິຜົນ ແລະ ພັດທະນາເສດຖະກິດແບບຍືນຍົງ; ເຈລະຈາຂັ້ນສູງ ເຕັກໂນໂລຢີ ຄືກຳລັງໜູນຂອງກາລະໂອກາດເສດຖະກິດ; ວິໄສທັດ APEC ຫຼັງປີ 2020 - ເຈລະຈາກັບບັນດາພື້ນຖານເສດຖະກິດເຈົ້າພາບ APEC ໃນອະນາຄົດ.

        ຕາມລາຍການແລ້ວ, ກອງປະຊຸມມີການເຂົ້າຮ່ວມຂອງການນຳບັນດາພື້ນຖານເສດຖະກິດ APEC ຄື: ຍີ່ປຸ່ນ, ນິວຊີແລນ, ອົດສະຕາລີ, ມາເລເຊຍ, ອາເມລິກາ ແລະ ຈີນ…; ດຳເນີນກອງປະຊຸມ TPP ຄັ້ງທີ 8…

        ກ່ອນໜ້ານັ້ນ, ເມື່ອສິ້ນສຸດມື້ເຮັດວຽກທີ 2 ໃນວັນທີ 9/11, ກອງປະຊຸມສຸດຍອດວິສາຫະກິດ APEC 2017 ຈະດຳເນີນ 6 ວາລະປຶກສາຫາລື.

ຕອບກັບ

ຂ່າວ/ບົດ​ອື່ນ