APEC 2017: ສື່ມວນຊົນ ອັງກິດ ຕີລາຄາສູງວຽກງານກະກຽມຂອງປະເທດເຈົ້າພາບ ຫວຽດນາມ

(VOVWORLD) - ທີ 08 ພະຈິກ, ໜັງສືພິມ Financial Times ຂອງ ອັງກິດ ໄດ້ລົງພິມບົດຂຽນ ຕີລາຄາສູງວຽກງານກະກຽມຈັດຕັ້ງສັບປະດາຂັ້ນສູງເວທີປາໄສເສດຖະກິດ ອາຊີ - ປາຊີຟິກ (APEC) 2017
APEC 2017: ສື່ມວນຊົນ ອັງກິດ ຕີລາຄາສູງວຽກງານກະກຽມຂອງປະເທດເຈົ້າພາບ ຫວຽດນາມ - ảnh 1 ນັກຂ່າວພາຍໃນປະເທດ ແລະ ຕ່າງປະເທດພວມປະຕິບັດໜ້າທີ່ໃຫ້ຂ່າວ

ຂອງປະເທດເຈົ້າພາບ ຫວຽດນາມ ເວົ້າລວມ ແລະ ຂອງນະຄອນ ດ່າໜັງ ເວົ້າສະເພາະ. ຄັດສະເໜີຄຳກ່າວປາໄສຂອງທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ດ່າໜັງ ຫງວຽນງອັກຕ໋ວນ, ໜັງສືພິມດັ່ງກ່າວຢືນຢັນວ່າ: ນີ້ແມ່ນເຫດການການທູດໃຫຍ່ສຸດຂອງ ຫວຽດນາມ ໃນປີ 2017, ກໍ່ແມ່ນເຫດການສາກົນທີ່ມີຂອບຂະໜາດໃຫຍ່ສຸດ ເຊິ່ງໄດ້ຈັດຕັ້ງ ນັບແຕ່ກ່ອນມາຮອດປະຈຸບັນຢູ່ ດ່າໜັງ. ນີ້ແມ່ນໂອກາດຄຳໃຫ້ ດ່າໜັງ ເພື່ອໄດ້ຕ້ອນຮັບບັນດາຄະນະຜູ້ແທນ ແລະ ການນຳຂອງບັນດາພື້ນຖານເສດຖະກິດໃຫຍ່ຄື: ທ່ານປະທານາທິບໍດີ ອາເມລິກາ Donald Trump, ທ່ານປະທານປະເທດ ຈີນ ສືຈິນຜິງ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ກໍ່ຄືການນຳບັນດາວິສາຫະກິດໃຫຍ່.

ຕອບກັບ

ຂ່າວ/ບົດ​ອື່ນ