APEC 2017: ນາຍົກລັດຖະມົນຕີ ອົດສະຕາລີ ໃຫ້ຄຳໝັ້ນສັນຍາຊຸກຍູ້ສັນຍາ TPP

(VOVWORLD) - ທ່ານຈະຮຽກຮ້ອງໃຫ້ 20 ພື້ນຖານເສດຖະກິດສະມາຊິກອື່ນໃນກຸ່ມນີ້ສະໜັບສະໜູນການຄ້າເສລີ


ວັນທີ 10 ພະຈິກ, ສຳນັກຂ່າວສານ SBS ໃຫ້ຮູ້ວ່າ: ໃນການປະຊຸມຂ່າວພາຍຫຼັງໄປຮອດນະຄອນ ດ່ານັ້ງ, ເພື່ອເຂົ້າຮ່ວມກອງປະຊຸມຂັ້ນສູງ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC), ທ່ານນາຍົກລັດຖະມົນຕີ ອົດສະຕາລີ Malcolm Turnbull ໃຫ້ຮູ້ວ່າ: ທ່ານຈະຮຽກຮ້ອງໃຫ້ 20 ພື້ນຖານເສດຖະກິດສະມາຊິກອື່ນໃນກຸ່ມນີ້ສະໜັບສະໜູນການຄ້າເສລີ, ຄັດຄ້ານລັດທິອາລັກຂາ, ພ້ອມທັງເນັ້ນໜັກວ່າ ພາກພື້ນ ອາຊີ - ປາຊີຟິກ ບໍ່ອາດສາມາດປິດປະຕູບັນດາກະແສສິນຄ້າ, ການບໍລິການ, ກະແສທຶນ ແລະ ແນວຄວາມຄິດໄດ້.

        ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານນາຍົກລັດຖະມົນຕີ ອົດສະຕາລີ ຖືວ່າ: ການຟື້ນຟູຂອງສັນຍາການຄ້າຂ້າມປາຊີຟິກ (TPP), ລວມມີ 11 ສະມາຊິກພາຍຫຼັງທີ່ ອາເມລິກາ ຖອນອອກຈາກສັນຍານີ້, ຈະເຕົ້າໂຮມບັນດາພື້ນຖານເສດຖະກິດກັບ GDP ປະມານ 10.000 ຕື້ USD. ອົດສະຕາລີ ແລະ ຍີ່ປຸ່ນ ຈະພ້ອມກັນມານະພະຍາຍາມຊຸກຍູ້ສັນຍາ TPP 12 -1.


ຕອບກັບ

ຂ່າວ/ບົດ​ອື່ນ