APEC 2017: ຊາວໜຸ່ມປະກອບສ່ວນໃຫ້ແກ່ການພັດທະນາແບບຍືນຍົງ,ກວມລວມຂອງ APEC

(VOVWORLD) -ໃນຂອບເຂດສັບປະດາຂັ້ນສູງ APEC, ຕອນຄ່ຳວັນທີ 10 ພະຈິກ, ຢູ່ແຂວງກວາງນາມ, ໄດ້ດຳເນີນພິທີອັດເວທີປາໄສເພື່ອອະນາຄົດ APEC (VOF). ເວທີປາໄສເພື່ອອະນາຄົດ APEC 2017 ໄດ້ຮັບຮອງເອົາຖະແຫຼງການຊາວໜຸ່ມ 2017 ດ້ວຍ 4 ເນື້ອໃນສຳຄັນຄື

APEC 2017: ຊາວໜຸ່ມປະກອບສ່ວນໃຫ້ແກ່ການພັດທະນາແບບຍືນຍົງ,ກວມລວມຂອງ APEC - ảnh 1 ຊາວໜຸ່ມປະກອບສ່ວນໃຫ້ແກ່ການພັດທະນາແບບຍືນຍົງ,ກວມລວມຂອງ APEC

(ພາບ: TTXVN)

ການປະກອບສ່ວນຂອງຊາວໜຸ່ມສຳລັບວິໄສທັດ APEC 2020 ແລະ ອະນາຄົດ; ເສດຖະກິດ, ສັງຄົມ ແລະ ການເງິນກວມລວມ; ການພັດທະນາແຫຼ່ງຊັບພະຍາກອນມະນຸດໃນສັງກາດດີຈີຕອນ; ນະໂຍບາຍໜູນຊ່ວຍບັນດາວິສາຫະກິດຂະໜາດນ້ອຍສຸດ, ຂະໜາດນ້ອຍ ແລະ ກາງເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງ. ຜ່ານຖະແຫຼງການຊາວໜຸ່ມ 2017, ບັນດາຜູ້ແທນມີຄວາມເຊື່ອໝັ້ນຕໍ່ຄວາມກ້າວໜ້າ, ຄວາມຍຸຕິທຳ ແລະ ພື້ນຖານການສຶກສາ ລ້ວນແຕ່ແມ່ນສິ່ງຈຳເປັນສຳລັບການພັດທະນາເສດຖະກິດແບບຍືນຍົງຂອງ APEC; ປະກອບສ່ວນສ້າງກຳລັງໜູນຊຸກຍູ້ການສ້າງອະນາຄົດອັນສົດໄສກວ່າໃຫ້ພາກພື້ນອາຊີ - ປາຊີຟິກ.

ຕອບກັບ

ຂ່າວ/ບົດ​ອື່ນ